VOV WorldVOV World
ອີ​ຢູ ຍ​າກ​ທີ່​ຈະ​ຊອກ​ຫາ​ມາດ​ຕະ​ການ ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ແຫຼ່ງ​ພະ​ລັງ​ງານ​ໄດ້
06/05/2022 10:44
(VOVWORLD) - ວັນທີ 4 ພຶດສະພາ, ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen ໄດ້ປະກາດຂໍ້ສະເໜີບ້ວງລົງໂທດໃໝ່ ແນໃສ່ລັດເຊຍ, ໃນນັ້ນ, ໜ້າເອົາໃຈໃສ່ແມ່ນບັນດາມາດຕະການລົງໂທດ ໃນຂົງເຂດນ້ຳມັນບໍ່ຂອງລັດເຊຍ. ນີ້ແມ່ນບ້ວງລົງໂທດທີ 6 ຊື່ງ ອີຢູ ໄດ້ຈັດວາງໃສ່ລັດເຊຍ ນັບແຕ່ປະເທດນີ້ ໄດ້ດຳເນີນບັ້ນຮົບການທະຫານພິເສດຢູ່ ຢູແກຼນ. ກ່ອນໜ້ານັ້ນ, ບັນດາປະເທດອີຢູ ໄດ້ຈັດການປະຊຸມ ແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກຂອງກຸ່ມ ກ່ຽວກັບດ້ານພະລັງງານ. ແຕ່ເຖິງແນວນັ້ນກໍ່ຕາມ, ອີຢູ ພວມຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກໃນສະເພາະໜ້າ ກໍ່ຄືໃນໄລຍະຍາວ.
ອີ​ຢູ ຍ​າກ​ທີ່​ຈະ​ຊອກ​ຫາ​ມາດ​ຕະ​ການ ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ແຫຼ່ງ​ພະ​ລັງ​ງານ​ໄດ້
  ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen ໄດ້ປະກາດຂໍ້ສະເໜີ ບ້ວງລົງໂທດໃໝ່ ແນໃສ່ລັດເຊຍ (ພາບ: European Parliament )   ບັນດານັກໄຈ້ແຍກໃຫ້ຂໍ້ສັງເກດວ່າ, ຕ່າງກັບຂໍ້ຕົກລົງຢຸດນຳໃຊ້ຖ່ານຫີນຂອງລັດເຊຍ ຊື່ງໄດ້ຮັບຮອງເອົາເມື່ອເດືອນເມສາປີ 2022, ຖ້າຫາກວ່າມາດຕະການລົງໂທດນ້ຳມັນບໍ່ໄດ້ຮັບຮອງເອົາ, ຈະແມ່ນບາດຄ້ອນທູບແຮງໃສ່ລັດເຊຍ. ແຕ່ອີຢູ ກໍ່ໄດ້ຮັບຄຳກ່າວເຕືອນຫຼາຍຢ່າງ ກ່ຽວກັບໄພອັນຕະລາຍລາຄານ້ຳມັນສາກົນຈະເພີ່ມຂຶ້ນ ແລະ ບັນດາການກະທຳທີ່ຫຍໍ້ທໍ້ ສຳລັບພື້ນຖານເສດຖະກິດຂອງກຸ່ມ.
TAG
VOV/VOVworld/ອີ​ຢູ/​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​/​ແຫຼ່ງ​ພະ​ລັງ​ງານ​/EC/Ursula von der Leyen/Gazprom/ປະທານາທິບໍດີ Putin

More