ອີຢູໄດ້ສະແດງຄວາມບໍ່ລົງລອຍກັນພາຍໃນກຸ່ມຢ່າງຈະແຈ້ງ
23/06/2016 08:30
ການຕັດສິນຕໍ່ກຳນົດເວລາສຳລັບບັນດາຄຳສັ່ງລົງໂທດ ລັດເຊຍ ໂດຍ ອີຢູ ຍົກອອກມາໃນສະພາບການທີ່ນັບມື້ນັບມີຫຼາຍປະເທດສະມາຊິກໃນກຸ່ມ ກະຕຸກຊຸກຍູ້ພັນທະມິດນີ້ປັບປຸງການພົວພັນກັບມົດສະກູ. ຊຳ້ບໍ່ໜຳ, ນັບມື້ນັບມີນັກການເມືອງ ອີຢູ ຫລາຍຄົນໄດ້ເຊື່ອມຕໍ່ການພົວພັນກັບ ລັດເຊຍ

ບັນດານັກການທູດແຖວໜ້າຂອງສະຫະພາບ ເອີລົບ (ອີຢູ) ຫາກໍ່ເຫັນດີເປັນເອກະສັນຕໍ່ກຳນົດເວລາໃຫ້ຄຳສັ່ງລົງໂທດ ລັດເຊຍ ຕື່ມອີກ 6 ເດືອນ ເພື່ອສືບຕໍ່ກໍ່ຄວາມດັນຕໍ່ມົດສະກູ ກ່ຽວກັບການປະທະກັນຢູ່ພາກຕາເວັນອອກ ຢູແກຼນ. ເຖິງວ່າຄຳສັ່ງລົງໂທດດັ່ງກ່າວຕ້ອງໄດ້ຮັບການຮັບຮອງເອົາຈາກການນຳບັນດາປະເທດສະມາຊິກ ອີຢູໃນກອງປະຊຸມຂອງກຸ່ມເຊິ່ງຈະດຳເນີນໃນ 2 – 3 ວັນຈະມາເຖິງ ກໍ່ຕາມ ແຕ່, ໃນຕະຫຼອດວິວັດການປຶກສາຫາລືກ່ຽວກັບເນື້ອໃນ ເຊິ່ງກຳເນີນກ່ອນນີ້, ຄວາມບໍ່ລົງລອຍກັນຕໍ່ເລື່ອງຕໍ່ກຳນົດເວລາແກ່ຄຳສັ່ງລົງໂທດລັດເຊຍນັບມື້ນັບຈະແຈ້ງກ່ວາ.
TAG
vov/vovworld/ອັງກິດ/ເຢຍລະມັນ
Related
More








