ການຮ່ວມມືລະຫວ່າງ OECD - ອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບແໜ້ນແຟ້ນ ແລະ ເປັນຂີດໝາຍຂອງ ຫວຽດນາມ
18/10/2022 07:49
(VOVWORLD) - ຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ແລະ ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ຈັດເວທີປາໄສລັດຖະມົນຕີ OECD - ອາຊີຕາເວັນອອກສ່ຽງໃຕ້ ປີ 2022. ເວທີປາໄສດັ່ງກ່າວ ແມ່ນໜຶ່ງໃນບັນດາກິດຈະກຳສຳຄັນຂອງໂຄງການ ອາຊີຕາເວັນອອກສ່ຽງໃຕ້ (SEARP) ປີ 2022 ຂອງ OECD ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 17 – 18 ຕຸລາ ຢູ່ຮ່າໂນ້ຍ ແລະ ມີການນຳຂັ້ນສູງ, ຜູ້ຕາງໜ້າທີ່ມາຈາກ 38 ພື້ນຖານເສດຖະກິດຂຶ້ນກັບ OECD ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ນັບຮ້ອຍຄົນເຂົ້າຮ່ວມ.

ຫຼາຍກິດຈະກຳນອນໃນລາຍການ SEARP 2022 ຖືກຈັດຂຶ້ນຕາມຂໍ້ລິເລີ່ມຂອງ ອົດສະຕາລີ ແລະ ຫວຽດນາມ ໃນຖານະເປັນປະທານຮ່ວມ, ເປັນຂີດໝາຍແກ່ບາດກ້າວພັດທະນາໃໝ່ໃນວິວັດການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນ ເພື່ອຄວາມວັດທະນາຖາວອນລວມ ແລະ ການພັດທະນາແບບຍືນຍົງລະຫວ່າງ OECD ເຊິ່ງເປັນອົງການທີ່ສະມາຊິກສ່ວນຫຼາຍແມ່ນບັນດາພື້ນຖານເສດຖະກິດພັດທະນາ ກັບ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງເປັນພາກພື້ນເສດຖະກິດທີ່ຂະຫຍັນຂັນເຄື່ອນ ມີບົດບາດສຳຄັນທີ່ສຸດໃນແຜນທີ່ເສດຖະກິດຂອງພາກພື້ນ ແລະ ໃນໂລກ, ເປັນເຂດໃຈກາງຂອງສັນຍາການຄ້າເສລີສະບັບຕ່າງໆ ທີ່ມີຂອບຂະໜາດໃຫຍ່ສຸດໃນໂລກ ເປັນຕົ້ນແມ່ນ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ສັນຍາເສດຖະກິດຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP)…
TAG
VOV/VOVworld/OECD/SEARP/ອາຊີຕາເວັນອອກສ່ຽງໃຕ້/ລັດຖະມົນຕີ
Related
More








