VOV WorldVOV World
ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ
20/05/2022 09:01
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ແລະ ສປຊ. ການເດີນທາງໄປປະຕິບັດງານ “ສາມເປົ້າໝາຍ” ຂອງຄະນະຜູ້ແທນຫວຽດນາມໃນຄັ້ງນີ້ ລວມມີການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ສະໄໝພິເສດ, ຢ້ຽມຢາມ, ເຮັດວຽກຢູ່ ອາເມລິກາ ແລະ ສປຊ, ເຊິ່ງມີຄວາມໝາຍຫຼາຍຢ່າງ ແລະ ບັນລຸໄດ້ໝາກຜົນສຳຄັນ ນັບທັງໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ.
ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ
ດ້ວຍລາຍການເຄືອນໄຫວທີ່ມີກວ່າ 60 ກິດຈະກຳ ລວມທັງສອງຝ່າຍສົມທົບກັບຫຼາຍຝ່າຍໃນລະດັບທີ່ແຕກຕ່າງກັນ: ລະດັບພາກພື້ນໃນ ອາຊຽນ ແລະ ລະດັບທົ່ວໂລກ ກັບ ສປຊ, ການເດີນທາງໄປປະຕິບັດງານ ແມ່ນການຜັນຂະຫຍາຍ ແນວທາງຕ່າງປະເທດຢ່າງແຮງ, ປະກອບສ່ວນຍົກລະດັບການຕ່າງປະເທດຫຼາຍຝ່າຍ ແລະ ເຮັດໃຫ້ການພົວພັນສອງຝ່າຍ ກັບ ອາເມລິກາ ເລິກເຊິ່ງຂຶ້ນຕື່ມ - ໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ພາຍຫຼັງເກືອບ 3 ທົດສະວັດທີ່ສ້າງຕັ້ງການພົວພັນທາງການທູດ.
TAG
VOV/VOVworld/ນາ​ຍົກ​ລັດ​ຖະ​ມົນ​ຕີ/ອາ​ເມ​ລິ​ກາ/ໝາກ​ຜົນ/ສຳ​ຄັນ/ເຊື່ອມ​ໂຍງ/ອາ​ຊຽນ

More