VOV WorldVOV World
ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ: ຍັງ​ຈະ​ຕ້ອງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ
04/03/2022 07:40
(VOVWORLD) - ດ້ວຍຄວາມຕັດສິນໃຈເຊື່ອມຕໍ່ການປະຕິບັດຄືນໃໝ່ ຂໍ້ຕົກລົງນິວເຄຼຍ ອີຣານ (ຫຼືເອີ້ນວ່າ ແຜນການດຳເນີນງານລວມຮອບດ້ານ (JCPOA) ຊື່ງໄດ້ລົງນາມເມື່ອປີ 2015 ລະຫວ່າງ ອີຣານ ແລະ 6 ປະເທດມະຫາອຳນາດນັ້ນ, ໃນໄລຍະຜ່ານມາ, ບັນດາຝ່າຍທີ່ກ່ຽວຂ້ອງ ໄດ້ເດັດດ່ຽວດຳເນີນຫຼາຍຮອບເຈລະຈາຢ່າງລຽນຕິດຢູ່ ວຽນ ປະເທດໂອຕາລິດ. ໃນນັ້ນ, ຮອບເຈລະຈາຫຼ້າສຸດທີ່ຫາກໍ່ໄດ້ຈັດຂຶ້ນ ແມ່ນຮອບເຈລະຈາທີ 9 ຢ່າງລຽນຕິດ ໂດຍບັນດາຝ່າຍໄດ້ປະຕິບັດໃນຮອບເວລາຍັງບໍ່ທັນຮອດປີໜຶ່ງ ຊື່ງບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງ. ແຕ່ເຖິງແນວນັ້ນກໍ່ຕາມ, ບັນດາຝ່າຍຍັງຮັບຮູ້ຢ່າງກົງໄປກົງມາວ່າ, ຍັງມີຫຼາຍສິ່ງກີດຂວາງ ແລະ ທ້າທາຍຢູ່.
ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ: ຍັງ​ຈະ​ຕ້ອງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ
  ສູນຄົ້ນຄ້ວານິວເຄຼຍ Natanz ຂອງ ອີຣານ (ພາບປະກອບ: AFP/TTXVN )     ໃນບັນດາການຕີລາຄາຫຼ້າສຸດ, ທັງອີຣານ ແລະ ບັນດາປະເທດມະຫາອຳນາດໃນກຸ່ມ P5+1 (ລວມມີອາເມລິກາ, ອັງກິດ, ຝະລັ່ງ, ຈີນ, ລັດເຊຍ ແລະ ເຢຍລະມັນ) ລ້ວນແຕ່ຖືວ່າ ວິວັດການນີ້ ໄດ້ໄປເຖິງໄລຍະຕັດສິນ ແລະ ເລື່ອງບັນລຸໄດ້ຂໍ້ຕົກລົງສຸດທ້າຍແມ່ນ “ໃກ້ຈະບັນລຸໄດ້ແລ້ວ”.
TAG
VOV/VOVworld/Twitte/ຂໍ້ຕົກລົງນິວເຄຼຍ ອີຣານ (JCPOA)/Saeed Khatibzadeh/ໂຄສົກກະຊວງການຕ່າງປະເທດ/ທ່ານ Ned Price

More