ການປະທະກັນລະເບີດຂຶ້ນຢູ່ເຂດ Gaza
14/05/2021 07:23
(VOVWORLD) - ໃນຊຸມວັນຜ່ານມາ, ເຂດ Gaza ພວມຈົມໃນສະພາບການທີ່ເຕັມໄປດ້ວຍຄວັນ ແລະ ໄຟ ຍ້ອນບັນດາການບຸກໂຈມຕີທາງອາກາດລະຫວ່າງ ອິດສະຣາແອັນ ແລະ ຂະບວນການ Hamas, ປາແລັດສະຕິນ. ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ ນັບມື້ນັບມີການຜັນແປຢ່າງຮຸນແຮງນັ້ນ ໄດ້ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນຕໍ່ການລະເບີດສົງຄົມໃນວົງກວ້າງ ແລະ ນອກເໜືອການຄວບຄຸມ.

ໃນຊຸມວັນມໍ່ໆມານີ້, ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ ເກີດຂຶ້ນຢ່າງດຸເດືອດ. ນີ້ແມ່ນການປະທະກັນດ້ານການທະຫານຢ່າງດຸເດືອດທີ່ສຸດ ລະຫວ່າງສອງຝ່າຍ ນັບແຕ່ເມື່ອສົງຄາມເກີດຂຶ້ນໃນປີ 2014 ຢູ່ເຂດ Gaza.
TAG
VOV/VOVworld/ຂະບວນ Hamas/ອິດສະຣາແອັນ/ເຂດ Gaza/ປາແລັດສະຕິນ/ເຢຣູຊາແລມ/ທະປະກັນ
Related








