ການຜັນແປດ້ານການເມືອງ ຢູ່ ອີຕາລີ ແລະ ຄວາມສົນໃຈຂອງ ອີຢູ
22/07/2022 09:15
(VOVWORLD) - ວັນທີ 21 ກໍລະກົດ, ທ່ານປະທານາທິບໍດີ ອີຕາລີ Sergio Mattarella ໄດ້ແຈ້ງໃຫ້ຊາບວ່າ ໄດ້ຮັບຮອງເອົາໃບຄຳຮ້ອງລາອອກຈາກຕຳແໜ່ງຂອງທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi ພ້ອມທັງຕົກລົງຍຸບເລີກລັດຖະສະພາ, ເປີດທາງໃຫ້ແກ່ການເລືອກຕັ້ງກ່ອນກຳນົດໃນໄລຍະຈະມາເຖິງ. ນີ້ແມ່ນການຜັນແປຫຼ້າສຸດ ແລະ ແມ່ນສິ່ງທີ່ໜ້າສົນໃຈທີ່ສຸດກ່ຽວກັບການປະກົດຕົວໃນເວທີການເມືອງ ອີຕາລີ ນັບແຕ່ກາງເດືອນ ກໍລະກົດ ນີ້, ພ້ອມດຽວກັນນັ້ນ ກໍສ້າງຄວາມສົນໃຈແກ່ວົງການການນຳສະຫະພາບເອີຣົບ (ອີຢູ).

ໃນແຈ້ງການຍຸບເລີກລັດຖະສະພາ ອີຕາລີ (ລວມມີສະພາສູງ ແລະ ສະພາຕ່ຳ), ທ່ານປະທານາທິບໍດີ Sergio Mattarella ຊີ້ແຈ້ງວ່າ, ໃນສະພາບການທີ່ລັດຖະບານບໍ່ໄດ້ຮັບການສະໜັບສະໜູນຈາກລັດຖະສະພາ, ເລື່ອງຍຸບເລີກລັດຖະສະພາແມ່ນສິ່ງທີ່ຫຼີກລ້ຽງບໍ່ໄດ້, ນີ້ແມ່ນມາດຕະການສຸດທ້າຍ. ກໍຕາມແຈ້ງການດັ່ງກ່າວ, ເລື່ອງດຳເນີນການຫາສຽງເລືອກຕັ້ງທົ່ວປະເທດກ່ອນກຳນົດ ຈະດຳເນີນພາຍໃນ 70 ວັນ ຕາມຂໍ້ກໍານົດຂອງກົດໝາຍ, ອາດຈະເລີ່ມຂຶ້ນໃນວັນທີ 25 ກັນຍາ ຈະມາເຖິງ. ຕາມນັກໄຈ້ແຍກຫຼາຍຄົນແລ້ວ, ສຳລັບການຜັນແປຫຼ້າສຸດນີ້, ບໍ່ພຽງແຕ່ເຮັດໃຫ້ສະພາບຄວາມເຄັ່ງຕຶງໃນເວທີການເມືອງ ອີຕາລີ ເພີ່ມຂຶ້ນສູງ ເທົ່ານັ້ນ, ຫາກຍັງເຮັດໃຫ້ ເອີຣົບ, ພິເສດແມ່ນສະຫະພາບເອີຣົບ (ອີຢູ) ມີຄວາມວິຕົກກັງວົນອີກດ້ວຍ.
TAG
VOV/VOVworld/ສິ່ງທ້າທາຍ/ອີຕາລີ/ໄຟເງິນເຟີ້/ລາອອກຈາກຕຳແໜ່ງ
Related
More








