VOV WorldVOV World
ການ​ຜັນ​​ປ່ຽນ ​ຢູ່ ຊີີີິ​ຣີ ສົ່ງ​ຜົນ​ກະ​ທົບ​ຍາກ​ທີ່​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຕໍ່ພາກ​ພື້ນ ແລະ ໂລກ
09/12/2024 08:38
(VOVWORLD) - ກຳລັງ Hayat Tahrir al – Sham (HTS) ຢູ່ ຊີຣີ, ວັນທີ 08 ທັນວາ, ໄດ້ບຸກໂຈມຕີເຂົ້ານະຄອນຫຼວງ Damascus ໂຄ່ນລົ້ມອຳນາດການປົກຄອງຂອງປະທານາທິບໍດີ Bashar Al-Assad, ອັນໄດ້ສ້າງການຜັນປ່ຽນທາງການເມືອງຄັ້ງໃຫຍ່ສຸດພາຍໃນຮອບເວລາກວ່າ 5 ທົດສະວັດຜ່ານມາ ຢູ່ປະເທດ ຕາເວັນອອກກາງນີ້. ເຫດການດັ່ງກ່າວອາດຈະສົ່ງຜົນກະທົບທີ່ຍາກຈະຄາດຄະເນລ່ວງໜ້າໄດ້ຕໍ່ພາກພື້ນ ແລະ ໂລກ ໃນໄລຍະຈະມາເຖິງ.
ການ​ຜັນ​​ປ່ຽນ ​ຢູ່ ຊີີີິ​ຣີ ສົ່ງ​ຜົນ​ກະ​ທົບ​ຍາກ​ທີ່​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຕໍ່ພາກ​ພື້ນ ແລະ ໂລກ
ພາຍຫຼັງເຄື່ອນໄຫວປິດລັບມາເປັນໄລຍະຍາວ, ວັນທີ 27 ພະຈິກ, ກຳລັງ HTS ຢູ່ພາກເໜືອ ຊີຣີ ໄດ້ປຸກລະດົມບັ້ນບຸກໂຈມຕີຄັ້ງຕ່າງໆເຂົ້າໃນເຂດດິນແດນໂດຍອຳນາດການປົກຄອງຂອງທ່ານປະທານາທິບໍດີ Bashar Al-Assad ຄຸ້ມຄອງ. ຕໍ່ໜ້າການຕໍ່ຕ້ານຢ່າງອ່ອນແອຂອງກອງທັບ ຊີຣີ, ພຽງໃນເວລາ 10 ວັນ, ກຳລັງ HTS ໄດ້ຢຶດຄອງບັນດານະຄອນທີ່ສຳຄັນຂອງ ຊີຣີ ແລະ ວັນທີ 08 ທັນວາ ໄດ້ບຸກໂຈມຕີເຂົ້ານະຄອນຫຼວງ Damascus, ໂຄ່ນລົ້ມອຳນາດການປົກຄອງປັດຈຸບັນ.
TAG
VOV/VOVworld/ຊີ​ຣີ/ບຸກ​ໂຈມ​ຕິ/ໂຄ່ນ​ລົ້ມ/ລັດ​ຖະ​ບານ

More