ການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານຫວຽດນາມ-ອີຢູ ນັບມື້ນັບແທດຈິງ, ມີປະສິດທິຜົນ
18/02/2022 07:34
(VOVWORLD) - ແຕ່ວັນທີ 17-19 ກຸມພາປີ 2022, ທ່ານ Frans Timmermans ຮອງປະທານບໍລິຫານຄະນະກຳມະການເອີລົບ (EC) ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລວັນແທັງ. ໃນສະພາບໂລກລະບາດມີການຜັນແປຢ່າງສັນສົນ ແລະ ເກີດການແຍ່ງແຍ້ງດານພູມສາດຍຸດທະສາດທົ່ວໂລກ ທີ່ນັບມື້ນັບຮ້າຍແຮງນັ້ນ, ອີກເທື່ອໜຶ່ງ, ການຢ້ຽມຢາມດ້ວຍຫຼາຍການທີ່ມີເນື້ອໃນສຳຄັນ ໄດ້ສະແດງໃຫ້ເຫັນວ່າ ສອງຝ່າຍລ້ວນແຕ່ໄດ້ຖືເປັນສຳຄັນ ໃນການຊຸກຍູ້, ເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອີຢູ ນັບມື້ນັບແທດຈິງ, ມີປະສິດທິຜົນ.

(ພາບປະກອບ: baochinhphu.vn ) ເດືອນມິຖຸນາປີ 2012, ຫວຽດນາມ ແລະ ອີຢູ ໄດ້ເຊັ່ນສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອີຢູ (PCA). ໃນເກືອບ 10 ປີຜ່ານມາ, ຫວຽດນາມ ແລະ ອີຢູ ມີຄວາມມານະພະຍາຍາມສ້າງ ແລະ ຜັນຂະຫຍາຍບັນດາມາດຕະການປະຕິບັດສັນຍາດັ່ງກ່າວ ຢ່າງບໍ່ຢຸດຢັ້ງ. ມາຮອດປະຈຸບັນ, ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ມີບາດກ້າວພັດທະນາຢ່າງໄວວາທັງລວງກ້ວາງ ແລະ ລວງເລິກ, ສະແດງອອກຜ່ານບັນດາດັດຊະນີສຳຄັນ.
TAG
VOV/VOVworld/ຫວຽດນາມ-ອີຢູ/ບແທດຈິງ/ມີປະສິດທິຜົນ/EVIPA/ຮອງປະທານບໍລິຫານຄະນະກຳມະການເອີລົບ Frans Timmermans/IUU/ປະທານສະພາເອີລົບ Charles Michel
Related
More








