ການສົ່ງອອກນຳເຂົ້າຫວຽດນາມ ໃນປີ 2024 ບັນລຸໝາກຜົນທີ່ໜ້າປະທັບໃຈ
25/12/2024 09:36
(VOVWORLD) - ສະພາບການເສດຖະກິດ ຫວຽດນາມ ປີ 2024 ບັນລຸໝາກຜົນທີ່ໜ້າປະທັບໃຈ. ໃນນັ້ນ, ການສົ່ງອອກນຳເຂົ້າແມ່ນຈຸດພົ້ນເດັ່ນ ແລະ ແມ່ນໜຶ່ງໃນບັນດາກຳລັງໜູນຫຼັກແຫຼ່ງຂອງການເຕີບໂຕເສດຖະກິດໃນປີນີ້ ດ້ວຍຍອດວົງເງິນການສົ່ງອອກທັງປີບັນລຸລະດັບສະຖິຕິໃໝ່, ປະມານ 800 ຕື້ USD, ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີກ່ອນ ແລະ ລື່ນກາຍທົບ 3 ເທົ່າເມື່ອທຽບໃສແຜນການທີ່ໄດ້ວາງອອກ. ສິ່ງເປັນໜ້າສົນໃຈນັ້ນແມ່ນ, ປີ 2024 ກໍ່ແມ່ນປີທີ 9 ຫວຽດນາມຢັ້ງຢືນການສົ່ງອອກເກີນດູນ. ນີ້ແມ່ນໜຶ່ງໃນບັນດາໂຄງປະກອບສຳຄັນເພື່ອຕັດສິນຄວາມໄວໃນການເຕີບໂຕຂອງພື້ນຖານເສດຖະກິດໃນໄລຍະຈະມາເຖິງ.

ພາບປະກອບ: congthuong.vn
TAG
VOV/VOVworld/ການສົ່ງອອກ/ນຳເຂົ້າ/ເສດຖະກິດ
Related
More








