ການສູ້ຢັນກັນດ້ານການຄ້າລະຫວ່າງອາເມລິກາ-ອີຢູ
16/10/2019 09:13
(VOVWORLD) -ການສູ້ຢັນກັນດ້ານພາສີອາກອນລະຫວ່າງອາເມລິກາ-ອີຢູ ພວມລະເບີດຂຶ້ນຄືນໃໝ່ ເຊິ່ງກ່ຽວຂ້ອງເຖິງບ້ວງເງິນຊ່ວຍໜູນໃຫ້ແກ່ບໍລິສັດຜະລິດເຮືອບິນ Airbus ແລະ Boeing. ບັນດາການໂຕ້ຖຽງກັນນັບມື້ນັບຂ້ຽວຂາດກ່ວາ ພາຍຫຼັງທີ່ອົງການການຄ້າໂລກ (WTO) ຕົກລົງໃຫ້ອາເມລິກາ ຈັດວາງພາສີປະຈຳປີຂຶ້ນເຖິງ 7.5 ຕື້ USD ແນໃສ່ສິນຄ້ານຳເຂົ້າຈາກອີຢູ. ສາຍພົວພັນດ້ານການຄ້າຂ້າມມະຫາສິມຸດອັດລັງຕິກ ພວມຢືນຢູ່ຕໍ່ໜ້າຄວາມແຕກແຫງຢ່າງຮ້າຍແຮງ ແລະ ມີໄພເກີດສົງຄາມດ້ານການຄ້າທີ່ກໍ່ຄວາມເສຍຫາຍຫຼາຍຢ່າງໃຫ້ທັງສອງຝ່າຍ.

ເຮືອບິນ ໄດ້ຜະລິດໂດຍ Eu ຖືກອາເມລິກາຈັດວາງພາສີຕາມຄຳຕັດສິນຂອງ WTO (ພາບ: AFP/TTXVN)
TAG
VOV/VOVworld/ການຄ້າລະຫວ່າງອາເມລິກາ-ອີຢູ
Related
More







