ການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ: ສາມັກຄີເພື່ອສັນຕິພາບ ແລະ ການພັດທະນາ
05/07/2022 09:58
(VOVWORLD) - ກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 7 ຫາກໍອັດລົງຢູ່ Bagan, ປະເທດ ມຽນມາ ດ້ວຍການເຂົ້າຮ່ວມຂອງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ. ຜ່ານການຈັດຕັ້ງມາເປັນ 7 ຄັ້ງ, ກົນໄກຮ່ວມມື MLC ນັບມື້ນັບສະແດງໃຫ້ເຫັນປະສິດທິຜົນ, ການຮ່ວມມືກວມລວມໃນທຸກຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງບັນດາປະເທດສະມາຊິກ, ສ້າງປະຊາຄົມ ອາຊຽນ ແລະ ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030.

ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) ໄດ້ສ້າງຕັ້ງຂຶ້ນແຕ່ວັນທີ 23 ມີນາ 2016. ໃນກວ່າ 10 ກົນໄກຮ່ວມມືຢູ່ອະນຸພາກພື້ນແມ່ນ້ຳຂອງໃນປັດຈຸບັນ, MLC ພວມພົ້ນເດັ່ນຂຶ້ນດ້ວຍທ່າໄດ້ປຽບ ພ້ອມດ້ວຍຄວາມຫວັງທີ່ໃຫຍ່ຫຼວງຫຼາຍຢ່າງ. ນີ້ແມ່ນກົນໄກຮ່ວມມືທີ່ມີການເຂົ້າຮ່ວມຂອງທັງໝົດ 6 ປະເທດຢູ່ແຄມຝັ່ງແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ, ນັ້ນແມ່ນ ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຈີນ.
TAG
VOV/VOVworld/MLC/ຮ່ວມມື/ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ/ລັດຖະມົນຕີ/ພັດທະນາ
Related
More








