VOV WorldVOV World
ການແຂ່ງຂັນເລືອກຕັ້ງທີ່ພວມຮ້ອນເຮັ່ງຢູ່ອັງກິດ
06/05/2015 11:59
ວັນ​ທີ 7/5, ອັງ​ກິດ​ຈະ​ກ້າວ​ເຂົ້​າ​ສູ່ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ທີ່​ສຳ​ຄັນ​ກວ່າ​ໝູ່​ໃນ​ໄລ​ຍະ 5 ປີ​ມານີ້. ດ້ວຍການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ນີ້, ປະ​ເທດ​ອັງ​ກິດ​ຈະ​ເລືອກ​ເອົາ​ຄະ​ນະ​ລັດ​ຖະ​ບານ​ໃໝ່​ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​ໃໝ່​ເພື່ອ​ສ້າງ​ເສັ້ນ​ທາງ​ພັດ​ທະ​ນາ​ໃນ​ເກືອບ​ທົດ​ສະ​ວັດ​ຕໍ່​ໄປ
ການແຂ່ງຂັນເລືອກຕັ້ງທີ່ພວມຮ້ອນເຮັ່ງຢູ່ອັງກິດ
ວັນ​ທີ 7/5, ປະ​ເທດ​ອັງ​ກິດ​ຈະ​ກ້າວ​ເຂົ້​າ​ສູ່ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ທີ່​ສຳ​ຄັນ​ກວ່າ​ໝູ່​ໃນ​ໄລ​ຍະ 5 ປີ​ມານີ້. ດ້ວຍການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ນີ້, ປະ​ເທດ​ອັງ​ກິດ​ຈະ​ເລືອກ​ເອົາ​ຄະ​ນະ​ລັດ​ຖະ​ບານ​ໃໝ່​ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​ໃໝ່​ເພື່ອ​ສ້າງ​ເສັ້ນ​ທາງ​ພັດ​ທະ​ນາ​ໃນ​ເກືອບ​ທົດ​ສະ​ວັດ​ຕໍ່​ໄປ. ໃນ​ຈຸດ​ເວ​ລານີ້, ການ​ແຂ່ງ​ຂັນ​ລະ​ຫວ່າງ​ບັນ​ດາ​ພັກ​ຝ່າຍ​ພວມ​ຮ້ອນ​ເຮັ່ງ​ທີ່​ສຸດ ແລະ ນັບ​ມື້​ນັບ​ຍາກ​ທີ່​ສາ​ມາດ​ຄາດ​ຄະ​ເນ​ໄດ້ ຂະ​ນະ​ທີ່​ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ຕ່າງໆ ລ້ວນ​ແຕ່​ໃຫ້​ເຫັນ​ວ່າ ອັດ​ຕາ​ສ່ວນ​ຜູ້​ສະ​ໜັບ​ສະ​ໜູນ​ລະ​ຫວ່າງ 2 ພັກ​ການ​ເມືອງ​ໃຫຍ່ ແມ່ນ​ເກືອບຄື​ເທົ່າກັນ. ທ່ານ David Cameron ນາ​ຍົກ​ລັດ​ຖະ​ມົນ​ຕີ​ພວມ​ກຳ​ອຳ​ນາດ ແລະ ​ຜູ້​ນຳພັກ​ແຮງ​ງານ​ Ed MiliBand     ກໍ​ເຊັ່ນ​ດຽວ​ກັນ​ກັບການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນນີ້ 5 ປີ, ຮູບ​ແບບ​ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດນັ້ນ, ຄາດ​ວ່າ​ຈະ​ສືບ​ຕໍ່​ດຳ​ເນີນ​ໃນ ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​​ຄັ້ງ​ນີ້. ເພາະ​ໃນ​ປະ​ຈຸ​ບັນ, ທັງ​ພັກ​ນິ​ຍົມ​ຮັກ​ສາ​ເດີມ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພວມ​ກຳ​ອຳ​ນາດ ທ່ານ David Cameron ແລະ ພັກ​ແຮງ​ງານ​ຝ່າຍ​ຄ້ານ​ຂອງ​ຜູ້​ນຳ Ed MiliBand ກໍ​ລ້ວນ​ແຕ່​ຖືກ​ຄາດ​ຄະ​ເນວ​່າ ຍາກ​ທີ່​ຈະ​ສາ​ມາດ​ຍາດ​ໄດ້​ຈຳ​ນວນ​ທີ່​ນັ່ງ​ເກີນ​ເຄິ່ງໜຶ່ງ​ໃນ​ສະ​ພາ​ຕ່ຳເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ.      
TAG
vov/vovworld/ການ​ເລືອກ​ຕັ້ງ

More