VOV WorldVOV World
ການເລືອກຕັ້ງສະພາແຫ່ງຊາດອາດຈະແມ່ນມາດຕະການຕັ້ງຫນ້າໃຫ້ແກ່ສັນຕິພາບຢູ່ຊີຣີຫລືບໍ່
13/04/2016 08:36
(vovworld)- ວັນ​ທີ 13/4, ປະ​ຊາ​ຊົນ ຊີ​ຣີ ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ. ນີ້​ແມ່ນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ທີ 2
ການເລືອກຕັ້ງສະພາແຫ່ງຊາດອາດຈະແມ່ນມາດຕະການຕັ້ງຫນ້າໃຫ້ແກ່ສັນຕິພາບຢູ່ຊີຣີຫລືບໍ່
(vovworld)- ວັນ​ທີ 13/4, ປະ​ຊາ​ຊົນ ຊີ​ຣີ ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ. ນີ້​ແມ່ນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ທີ 2 ນັບ​ແຕ່​ເມື່ອ​​ສົງ​ຄາມ ກາງ​ເມືອງ​ເກີດ​ຂຶ້ນ​ຢູ່​ຊີ​ຣີ ນັບ​ແຕ່​ປີ 2011 ມາ​ຮອດ​ປະ​ຈຸ​ບັນ. ໃນ​ສະ​ພາບ​ ສົງ​ຄາມ​ກາງ​ເມືອງຢ​ູ່​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້​ໄດ​້​ກ້າວ​ເຂົ້າ​ສູ່​ປີ​ທີ 5 ແລະ ສະ​ພາບ​ການ​ປະ​ຈຸ​ບັນ​ຍັງ​ສັບ​ສົນ​ວຸ້ນ​ວາຍ, ການ​ເລືອກ​ຕັ້ງ​ໄດ້​ເຮັດ​ໃຫ້​​ເກີດຄວາມ​ລະ​ແວງ​ສົງ​ໃສ​ກ່ຽວ​ກັບ​ການ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ​ຕໍ່​ຄວາມ​ສະ​ຫງົບ​ປອດ​ໄພ,​ຂອງພື້ນ​ຖານ​ເສດ​ຖະ​ກິດ​ຊີ​ຣີ.  ຊີ​ຣີ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດໃນວັນ​ທີ 13/4 ພາບ: Middleeasteye         ການ​ເລືອກ​ຕັ້ງ​ໄດ້​ເລ​ີ່ມ​ຕົ້ນ​ເວ​ລາ 7 ໂມງ​ເຊົ້າ ຕາມ​ເວ​ລາ​ທ້ອງ​ຖິ່ນ ແລະ ສິ້ນ​ສຸດ​ລົງ​ໃນ​ເວ​ລາ 19 ໂມງ​ຂອງວັນ​ດຽວ​ກັນ. ຍອດ​ຈຳ​ນວນ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນກວ່າ 3.000 ຄົນ, ເພື່ອ​ຍາດ​ແຍ່ງ 250 ທີ່​ນັ່ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູງ​ສຸດ ຊີ​ຣີ ໄດ້​ຢືນ​ຢັນ: ສະ​ຖານ​ທີ​່​ປ່ອນ​ບັດ 7000 ແຫ່ງ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ການ​ກຽມ​ພ້ອມ​ແລ້ວ.
TAG
vovworld/​ສ້າງ​ສັນ​ຕິ​ພາບ/ຜູ້​ມີສິດ​ເລືອກ​ຕັ້ງ​

More