VOV WorldVOV World
ການເລືອກຕັ້ງສະພາຕ່ຳຍີປຸ່ນ : ວິທີທົດລອງໃຫ້ແກ່ນະໂຍບາຍ Abenomics
11/12/2014 07:33
ວັນ​ທີ​ 14/12 ທີ່​ຈະ​ມາ​ເຖິງ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຍີ​ປຸ່ນ ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ 475 ທີ່​ນັ່ງ​ໃນ​ສະ​ພາ​ຕ່ຳ​ຂອງ​ປະ​ເທດນີ້
ການເລືອກຕັ້ງສະພາຕ່ຳຍີປຸ່ນ : ວິທີທົດລອງໃຫ້ແກ່ນະໂຍບາຍ Abenomics
ວັນ​ທີ​ 14/12 ທີ່​ຈະ​ມາ​ເຖິງ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຍີ​ປຸ່ນ ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ 475 ທີ່​ນັ່ງ​ໃນ​ສະ​ພາ​ຕ່ຳ​ຂອງ​ປະ​ເທດນີ້. ໃນ​ສະ​ພາ​ວະ​ທີ່​ບັ​ນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe (ໝາຍ​ເຖິງ​ນະ​ໂຍ​ບາຍ Abenomics ) ຖືກ​ກ່າວ​ຫາ​ວ່າ ບໍ່ສາ​ມາດ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ ຊຶ່​ງໄດ້​ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຍີ​ປຸ່ນ​ເຕີິບ​ໂຕ​ຊ້າ​ລົງ​ໃນ​ໄລ​ຍະ​ມໍ່ໆ​ມານີ້, ການ​ເລືອກ​ຕັ້ງ​ທີ່​ໄວ​ກວ່າ 2 ປີ​ເມື່ອ​ທຽບ​ໃສ່​ກຳ​ນົດ​ເວ​ລານີ້ ໄດ້​ຮັບ​ຖື​ວ່າ ແມ່ນ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ປະ​ຕິ​ຮູບ​ດ້ານ​ເສດ​ຖະ​ກິດ​ໂດຍ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ພວມເດີນ​ຕາມ​ ກໍ​ຄື​ອິດ​ທິ​ພົນຊື່​ສຽງ​ສຳ​ລັບ​ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ​ປຸ່ນ Shinzo Abe  (ພາບ:AFP)     ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້, ມີ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງປະ​ມານ 1150 ທ່ານ​ຈະ​ແຂ່ງ​ຂັນ​ກັນ​ເພື່ອ​ຍາດ​ເອົາ 475 ທີ່​ນັ່ງເຂົ້າ​ສະ​ພາ​ຕ່ຳ. ເຖິງວ່າ​ມີຫຼາຍ​ພັກ​ຝ່າຍ​ສະ​ເໜີບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງກໍ​ຕາມ, ແຕ່​ທີ່​ຈິງ​ແລ້ວ, ນີ້​ພຽງ​ແຕ່​ແມ່ນ​ການ​ແຂ່ງ​ຂັນ​ລະ​ຫວ່າງ 2 ຄູ່​ແຂ່ງຫຼັກ​ແຫຼ່ງ, ນັ້ນ​ແມ່ນ​ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດໂດຍ ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ LDP  ນຳ​ໜ້າ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ​ຍີ​ປຸ່ນ DPJ . ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ເລີ່ມ​ດຳ​ເນີນ​ແຕ່​ວັນ​ທີ 2/12 ແລະ ແກ່​ຍາວ​ເປັນ​ເວ​ລາ 12 ວັນ.     ຕາມ​ໝາກ​ຜົນ​ຂອງ​ການ​ສຳຫຼວດ​ຄັ້ງຫຼ້າ​ສຸດ, ເຖິງວ່າ​ໄດ້​ຕຳ​ໜິ​ຕິ​ຕຽນ​​ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ໂດຍທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຍົກ​ອອກ​ມາ​ຊຶ່ງ ບໍ່ສາ​ມາດ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ ແລະ ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຍີ​ປຸ່ນ​ເຕີິບ​ໂຕ​ຊ້າ​ລົງ ແລະ ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບ​ຊຸດ​ໂຊມນັ້ນ ກໍ​ຕາມ, ແຕ​່ ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ LDP ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຍ​ັງ​ຄົງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງຫຼາຍ​ກ່​ວາ​ທົບ 4 ເທົ່າ​ເມື່ອ​ທຽບ​ພັກ​ຝ່າຍ​ຄ້ານ DPJ. ສິ່ງນີ້​ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ທີ່​ວ່າ ແນ່ນອນ ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສືບ​ຕໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ເປັນ​ສ່ວນຫຼາຍ, ຄະ​ນ​ະ​ລັດ​ຖະ​ບານ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຈະ​ຍັງ​ຄົງ​ດຳ​ລົງ​ຕ່ຳ​ແໜ່ງ​ຄື​ເກົ່າ, ແຕ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ໃນ​ໄລ​ຍະ​ທີ່​ມາ​ເຖິງ .    
TAG
ການ​ເລືອກ​ຕັ້ງ

More