ການເລືອກຕັ້ງຢ່າງມີປະຊາທິປະໄຕ, ລະບຽບວິໄນ, ຖືກຕ້ອງຕາມກົດໝາຍ
10/06/2016 12:16
ຫວ່າງແລ້ວນີ້, ໝາກຜົນສຸດທ້າຍຂອງການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021 ຫາກໍຖືກປະກາດ...
ຫວ່າງແລ້ວນີ້, ໝາກຜົນສຸດທ້າຍຂອງການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021 ຫາກໍຖືກປະກາດໃຫ້ຜູ້ມີສິດເລືອກຕັ້ງທົ່ວປະເທດ ແລະ ເພື່ອນມິດສາກົນຮັບຊາບຢ່າງທົ່ວເຖິງໃນຕອນບ່າຍວັນທີ 9/6. ປະຊາທິປະໄຕ, ລະບຽບວິໄນ, ຖືກຕ້ອງຕາມກົດໝາຍແມ່ນການຕີລາຄາກ່ຽວກັບຜົນຂອງການເລືອກຕັ້ງຄັ້ງນີ້. ທ່ານນາງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ຫງວຽນທິກິມເງີນ ປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນ ກ່ອນທີ່ຈະດຳເນີນການປະຊຸມຂ່າວກ່ຽວກັບຜົນຂອງການເລືອກຕັ້ງນີ້, ທ່ານນາງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ຫງວຽນທິກິມເງີນ ໄດ້ຢືນຢັນໃນວາລະປະຊຸມຄັ້ງທີ 6 ຂອງ ສະພາເລືອກຕັ້ງແຫ່ງຊາດເມື່ອວັນທີ 8/6 ວ່າ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021 ໄດ້ບັນລຸໝາກຜົນອັນຈົບງາມໃນທຸກດ້ານ.
TAG
vovworld/ເລືອກຕັ້ງ
Related
More








