VOV WorldVOV World
ການພົວພັນ ລັດເຊຍ-ຈີນ : ການພົວພັນ 2 ຝ່າຍແບບຕ່າງຝ່າຍຕ່າງມີຜົນປະໂຫຍດ
12/11/2014 06:13
ການ​ພົບ​ປະ 2 ຝ່າຍ​ລັດ​ເຊຍ-ຈີນ ຢູ່ນອກກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຝິກ APEC 2014 ຊຶ່ງ​ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ປັກ​ກິງ​ປະ​ເທດ​ຈີນ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາ​ກ​ຫາງ​ສຽງ​ສາ​ກົນ
ການພົວພັນ ລັດເຊຍ-ຈີນ : ການພົວພັນ 2 ຝ່າຍແບບຕ່າງຝ່າຍຕ່າງມີຜົນປະໂຫຍດ
ການ​ພົບ​ປະ 2 ຝ່າຍ​ລັດ​ເຊຍ-ຈີນ ຢູ່ນອກກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຝິກ APEC 2014 ຊຶ່ງ​ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ປັກ​ກິງ​ປະ​ເທດ​ຈີນ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາ​ກ​ຫາງ​ສຽງ​ສາ​ກົນ. ເພາະ​ວ່ານີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທີ 10 ລະ​ຫວ່າງ​ປະ​ມຸກ​ລັດຂອງ 2 ປະ​ເທດນີ້​ໃນ​ຮອບ​ເວ​ລາ​ພຽງ 2 ປີ. ບັ​ນ​ດາ​ເອ​ກະ​ສານ, ສັນ​ຍາ​ຮ່ວມ​ມື, ໃນ​ນັ້ນ​, ມີບັນ​ດາ​ຂົງ​ເຂດ​ຖືກ​ຖື​ວ່າ ແມ່ນ​ພື້ນ​ຖານ​ໃນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່່າງ​ລັດ​ເຊຍ-ຈີນ ໄດ້​ຮັບ​ການ​ລົງ​ນາມ, ຊຶ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ 2 ຝ່າຍ​ພວມ​ຕັດ​ສິນ​​ໃຈ​ສ້າງການ​ພົວ​ພັນ​ພິ​ເສດ, ຊຶ່ງ​ເປັນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ມະ​ຫາ​ອຳ​ນາດ​ຂອງ​ເອີ​ລົບ ແລະ ອາ​ຊີ. ປະ​ທາ​ນາ​ທິ​ບໍ​ດີລັດ​ເຊຍປູ​ຕິນ ແລະ ປະ​ທານ​ປະ​ເທດ​ຈີນ ສີ​ຈີນ​ຜິງ (ພາບ: Sputnik)     ພາຍຫຼັງ​ໄດ້​ພົບ​ປະ​ກັນ​ຢ່າງ​ສະ​ໜິດ​ສະ​ໜົມ, ການ​ນຳ 2 ທ່ານ​ຂອງ​ລັດ​ເຊຍ ແລະ ຈີນໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື 17 ສະ​ບັບ. ໃນ​ນັ້ນ​ມີ​ໂຄງ​ການກໍ່​ສ້າງ​ລະ​ບົບ​ທໍ່​ສົ່ງ​ອາຍ​ແກັ​ສ​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​​ລັດ​ເຊຍ​ໄປ​ຍັງຈີນ, ຕາມ​ສັນ​ຍາ​ທີ່​ບັນ​ລຸ​ໄດ້​ເມື່ອ​ເດືອນ 5 ໂດຍ​ສະ​ໜອງ​ອາຍ​ແກັ​ສ 38 ຕື້ m­­ 3 ໃນ​ແຕ່​ລະ​ປີ. ດ້ວຍ​ລະ​ບົບ​ທໍ່​ສົ່ງ​ອາຍ​ແກັ​ສ​ນີ້, ຖ້າ​ຫາກກໍ່​ສ້າງ​ສ​ຳ​ເລັດ, ຄາດ​ວ່າ​ ຈີນ​ຈະ​ກາຍເປັນປະ​ເທດ​ຈຳ​ໜ່າຍ​ອາຍ​ແກັ​ສ​ຂອງລັດ​ເຊຍຫຼາຍ​ກ່ວ​າ​ໝູ່​ໃນ​ໂລກ, ລືນ​ກາຍ​ທັງ​ເອີ​ລົບ.    2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ໂຄງ​ການ​ລົງ​ທຶນ​ດ້ານ​ພະ​ລັງ​ງານ​ປະ​ສົມ​ຢູ່​ເຂດ Arkhangelsk ແລະ​ພ້ອມ​ກັນ​ອຸ​ປະ​ຖຳ, ກໍ່​ສ້າງ ແລະ ນຳ​ໂຮງ​ງານ​ໄຟ​ຟ້າ​ນ້ຳ​ຕົກ​ແຫ່ງ​ໜຶ່ງ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ​ລັດ​ເຊຍ. ພ້ອມ​ກັນ​ນັ້ນ, ຍັງ​ມີ​ສັນ​ຍາ​ອື່ນໆ​ອີກຫຼາຍ​ສະ​ບັບ​ທີ່​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ການ​ເງິນ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ການ​ບິນ​ອາ​ວະ​ກາດ…
TAG
vov/vovworld/ລັດ​ເຊຍ/ຈີນ

More