VOV WorldVOV World
ການຮ່ວມມື ແລະ ມິດຕະພາບສອດຄ່ອງກັບທ່າອຽງເຊື່ອມໂຍງເຂົ້າກັບສາກົນ
10/07/2015 12:56
ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສະ​ຫະ​ລັດ​ອາ​ເມ​ລິ​ກາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ມີ​ການ​ໂອ້​ລົມ​ຢູ່​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ​ອາ​ເມ​ລິ​ກາ CSIS
ການຮ່ວມມື ແລະ ມິດຕະພາບສອດຄ່ອງກັບທ່າອຽງເຊື່ອມໂຍງເຂົ້າກັບສາກົນ
ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສະ​ຫະ​ລັດ​ອາ​ເມ​ລິ​ກາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ມີ​ການ​ໂອ້​ລົມ​ຢູ່​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ​ອາ​ເມ​ລິ​ກາ CSIS ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ. ບົດ​ກ່າວ​ປາ​ໄສ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ພາດ​ຫ​ົວ​ຂໍ້​ວ່າ : “ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລິ​ກາໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່”, ໃນ​ນັ້ນ ເນັ້​ນ​ໜັກ​ເຖິງ​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ 2 ປະ​ເທດ ກໍ​ຄື​ຍົກ​ອອກ​ບັນ​ດາ​ວຽກ​ງານ​ທີ່​ຕ້ອງ​ປະ​ຕິ​ບັດ​ເພື່ອ​ນຳການ​ພົວ​ພັນ 2 ຝ່າຍ​ຫວຽດ​ນາມ-ອາ​ເມ​ລິ​ກາກ້າວ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ   ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ​ມີ​ການ​ໂອ້​ລົມ​ຢູ່​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ​ອາ​ເມ​ລິ​ກາ CSIS       ຂຶ້ນ​ຕົ້ນ​ບົດ​ກ່າວ​ປາ​ໄສ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ທົບ​ທວນ​ຄືນ​ບາງ​ເຫດ​ການ​ກ່ຽວ​ກັບ​ປະ​ຫວັດ​ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລິ​ກາ ແລະ ຖື​ວ່າ : ເຖິງວ່າຫວຽດ​ນາມ ແລະ ອາ​ເມ​ລິ​ກາຕ້ອງ​ໄດ້​ຜ່ານ​ບັນ​ດາໄລ​ຍະທີ່​ໜ້າ​ໂສກ​ເສົ້າ ຈົນ​ເຖິງ​ເວ​ລາ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ໃນ​ປີ 1995 ກໍຕາມ, ແຕ່​ຄວາມ​ຫວັງ​ຢ່າງ​ສະ​ເໝີ​ຕົ້​ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ຢາກ​ມີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ​ກັບ​ອາ​ເມ​ລິ​ກາ.
TAG
vovworld/ການ​ພົວ​ພັນ/ສັນ​ຕິ​ພາບ

More