VOV WorldVOV World
ກຳລັງຫນູນໃຫມ່ ໃນການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ສິງກະໂປ
17/05/2022 08:58
(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ, ທ່ານ ປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin ພ້ອມດ້ວຍພັນລະຍາ ນຳຫນ້າຄະນະຜູ້ແທນສະພາແຫ່ງຊາດ ສິງກະໂປ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 18 ຫາວັນທີ 20 ພຶດສະພາປີ 2022. ນີ້ແມ່ນການຢ້ຽມຢາມຄັ້ງທີ 2 ຂອງການນຳຂັ້ນສູງສອງປະເທດ ນັບແຕ່ຕົ້ນປີ 2022 ມາຮອດປະຈຸບັນ (ພາຍຫລັງການຢ້ຽມຢາມທາງລັດຖະກິດສິງກະໂປຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເມື່ອເດືອນ ກຸມພາປີ 2022). ການຢ້ຽມຢາມຫວຽດນາມ ຄັ້ງນີ້ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງສອງຝ່າຍ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ແລະ ການຮ່ວມມືຢ່າງແຫນ້ນແຟ້ນມຸ່ງໄປເຖິງພ້ອມກັນຟື້ນຕົວພາຍຫລັງໂລກລະບາດໂຄວິດ 19.
ກຳລັງຫນູນໃຫມ່ ໃນການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ສິງກະໂປ
ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin. ພາບ: edwiretimes.com ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin ແລະ ຄະນະຜູ້ແທນສະພາແຫ່ງຊາດ ສິງກະໂປ ແມ່ນດຳເນີນໄປໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ພວມພັດທະນາຢ່າງດີງາມໃນທຸກຂົງເຂດ, ໃນນັ້ນ ມີການຮ່ວມມືຢ່າງແຫນ້ນແຟ້ນລະຫວ່າງສະພາແຫ່ງຊາດ ສອງປະເທດໃນໄລຍະຜ່ານມາ.
TAG
VOV/VOVworld/ການພົວພັນຄູ່ຮ່ວມມື/ປະທານສະພາແຫ່ງຊາດ/ສິງກະໂປ

More