ຂາດສະຖຽນລະພາບດ້ານການເມືອງ ຍູ້ ບັງກະລາເທດ ຕົກເຂົ້າອະນາຄົດທີ່ບໍ່ຄົງທີ່
06/08/2024 08:58
(VOVWORLD) - ວັນທີ 05 ສິງຫາ, ທ່ານນາງ Sheikh Hasina ນາຍົກລັດຖະມົນຕີ ບັງກະລາເທດ ໄດ້ຖະແຫຼງລາອອກຈາກຕຳແໜ່ງ ແລະ ຂຶ້ນຍົນເດີນທາງອອກຈາກປະເທດນີ້ ຕໍ່ໜ້າຄວາມກົດດັນຈາກການແຫ່ຂະບວນປະທ້ວງອັນຮ້າຍແຮງຕ່າງໆເກີດຂຶ້ນໃນຫຼາຍມື້ຜ່ານມາ. ເຫດການດັ່ງກ່າວ ໄດ້ຍູ້ປະເທດ ອາຊີໃຕ້ນີ້ຕົກເຂົ້າສູ່ອະນາຄົດໃໝ່ທີ່ສັບສົນ ເຕັມໄປດ້ວຍສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ກໍ່ຄວາມຫຍຸ້ງຍາກຕໍ່ເສດຖະກິດ.

ກະແສແຫ່ຂະບວນປະທ້ວງເລີ່ມເກີດຂຶ້ນຢູ່ ບັງກະລາເທດ ໃນຕົ້ນເດືອນ ກໍລະກົດ ເມື່ອລັດຖະບານຂອງທ່ານນາຍົກລັດຖະມົນຕີ ນາງ Sheikh Hasina ປະກາດນະໂຍບາຍຈັດແບ່ງໂຄ້ຕາສຳລັບພາລະກອນ. ບັນດາບັ້ນແຫ່ຂະບວນປະທ້ວງໄດ້ເກີດຂຶ້ນຢ່າງວ່ອງໄວ ແລະ ພາໄປເຖິງການໃຊ້ຄວາມຮຸນແຮງ, ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 300 ຄົນ ພາຍໃນເວລາກວ່າ 1 ເດືອນ, ບັງຄັບໃຫ້ທ່ານນາງ Sheikh Hasina ຈຳເປັນຕ້ອງລາອອກຈາກຕຳແໜ່ງ ແລະ ເດີນທາງອອກຈາກປະເທດຂອງຕົນ.
TAG
VOV/VOVworld/ບັງກະລາເທດ/ອະນາຄົດ/ຂາດສະຖຽນລະພາບດ້ານການເມືອງ
Related
More








