ຄຳໝັ້ນໝາຍ ແລະ ຄວາມຮັບຜິດຊອບຕໍ່ຜູ້ມີສິດເລືອກຕັ້ງ
20/05/2021 09:00
(VOVWORLD) -ວັນທີ 23 ພຶດສະພາ, ຜູ້ມີສິດເລືອກຕັ້ງ ຫວຽດນາມ ກວ່າ 69 ລ້ານຄົນ ຈະປະຕິບັດສິດ ແລະ ພັນທະພົນລະເມືອງເມື່ອໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021 – 2026. ເລື່ອງ ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນປະຕິບັດຄຳໝັ້ນໝາຍ, ລາຍການເຄື່ອນໄຫວຂອງຕົນ ຈະປະກອບສ່ວນຢັ້ງຢືນອິດທິພົນຊື່ສຽງຂອງບັນດາອົງການໂດຍປະຊາຊົນເລືອກຕັ້ງໃນຈິດໃຈຂອງປະຊາຊົນ.

ທີ່ການເລືອກຕັ້ງຈະຈັດຂຶ້ນໃນວັນທີ 23 ພຶດສະພານີ້ ບັນດາ ຜູ້ມີສິດເລືອກຕັ້ງ ຈະເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) 500 ຄົນ, ສະມາຊິກສະພາປະຊາຊົນ ທຸກຂັ້ນ 3.727 ຄົນ. ເພື່ອໃຫ້ກາຍເປັນຜູ້ແທນໂດຍປະຊາຊົນເລືອກຕັ້ງ, ບັນດາຜູ້ສະໝັກຮັບເລືອກຕັ້ງ ລ້ວນແຕ່ຜ່ານຂັ້ນຕອນລວມມີ ຫລາຍບາດກ້າວ ດ້ວຍການເຈລະຈາ 3 ຮອບ. ນີ້ແມ່ນບັນດາບາດກ້າວຄັດເລືອກເພື່ອເລືອກເຟັ້ນຜູ້ມີມາດຕະຖານພຽງພໍ ແລະ ແມ່ນຕົວແທນຢ່າງແທ້ຈິງ. ເລື່ອງກາຍເປັນຜູ້ແທນໂດຍປະຊາຊົນເລືອກຕັ້ງ ຢູ່ ອົງການມີສິດອຳນາດສູງສຸດຂອງສູນກາງ ຫລື ອົງການມີສິດອຳນາດສູງສຸດຂອງລັດຢູ່ ທ້ອງຖິ່ນ ແມ່ນຄວາມເປັນກຽດ ສຳລັບບໍ່ວ່າຜູ້ສະໝັກຮັບເລືອກຕັ້ງທ່ານໃດໃນການເລືອກຕັ້ງນີ້.
TAG
VOV/VOVworld/ໝັ້ນໝາຍ/ຜູ້ມີສິດເລືອກຕັ້ງ
Related








