ຄຳສາບານຕົວ ແລະ ຄວາມຕັດສິນໃຈກະທຳ
11/04/2016 09:00
ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 13 ພວມດຳເນີນການປະຊຸມໃນມື້ສຸດທ້າຍກ່ອນທີ່ຈະສິ້ນສຸດອາຍຸການ 5 ປີໃນວັນທີ 12/4

ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 13 ພວມດຳເນີນການປະຊຸມໃນມື້ສຸດທ້າຍກ່ອນທີ່ຈະສິ້ນສຸດອາຍຸການ 5 ປີໃນວັນທີ 12/4. ມາຮອດຈຸດເວລານີ້, ອາດຈະເວົ້າໄດ້ວ່າ ສະພາແຫ່ງຊາດໄດ້ສຳເລັດວຽກງານບຸກຄະລາກອນດ້ວຍການແຕ່ງຕັ້ງບັນດາຕຳແໜ່ງການນຳທີ່ຫຼັກແຫຼ່ງຂອງປະເທດຊາດ. ຜູ້ຄົນທັງຫຼາຍມີຄວາມຫວັງຕໍ່ຄະນະນຳຊຸດໃໝ່ ທີ່ຂະຫຍັນຂັ່ນເຄື່ອນຈະຍາດແຍ່ງທ່າໄດ້ປຽບໃໝ່ ເພື່ອພ້ອມກັບທົ່ວປວງຊົນສ້າງບາດກ້າວຫັນປ່ຽນຢ່າງແຂງແຮງໃຫ້ແກ່ໄລຍະພັດທະນາຕໍ່ໄປຂອງປະເທດຊາດ. ທ່ານເຈີນດ້າຍກວາງກ່າວຕຳສາບານຕົວເຂົ້າດຳລົງຕຳແໜ່ງປະທານປະເທດຫວຽດນາມ ໃນເວລາປະມານ 10 ວັນທີ່ສະຫງວນໃຫ້ແກ່ວຽກງານບຸກຄະລາກອນ, ຊຶ່ງກວມເອົາເກືອບເຄິ່ງໜຶ່ງໄລຍະເວລາດຳເນີນກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 13, ບັນດາສະມາຊິກສະພາແຫ່ງຊາດໄດ້ປ່ອນບັດເລືອກຕັ້ງບັນດາຕຳແໜ່ງທີ່ຫຼັກແຫຼ່ງ, ໃນນັ້ນມີປະທານສະພາແຫ່ງຊາດ, ບັນດາຮອງປະທານສະພາແຫ່ງຊາດ, ບັນດາກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ; ໃຫ້ສັດຕະຍາບັນຂໍ້ສະເໜີຂອງນາຍົກລັດຖະມົນຕີກ່ຽວກັບການແຕ່ງຕັ້ງ 3 ຕຳແໜ່ງຮອງນາຍົກລັດຖະມົນຕີພ້ອມກັບ 18 ຕຳແໜ່ງ ລັດຖະມົນຕີເພື່ອບູລະນະຄະນະລັດຖະບານ.
TAG
vovworld/ສາບານຕົວ
Related
More








