ຄຸນຄ່າປະຫວັດສາດຂອງໄຊຊະນະວັນທີ 30/4/1975
30/04/2015 07:23
ດ້ວຍໄຊຊະນະຂອງການບຸກໂຈມຕີຂະໜາດໃຫຍ່ ແລະ ການລຸກຮື້ຂຶ້ນຍາມລະດູບານໃໝ່ປີ 1975 , ການຕ່ໍ່ສູ້ຕ້ານຈັກກະພັດອາເມລິກາກູ້ຊາດຂອງກອງທັບ ແລະ ປະຊາຊົນຫວຽດນາມໄດ້ຮັບໄຊຊະນະຢ່າງສົມບູນ

ດ້ວຍໄຊຊະນະຂອງການບຸກໂຈມຕີຂະໜາດໃຫຍ່ ແລະ ການລຸກຮື້ຂຶ້ນຍາມລະດູບານໃໝ່ປີ 1975 ຊຶ່ງຈຸດຍອດສູງແມ່ນບັ້ນຮົບໂຮ່ຈິມິນປະຫວັດສາດນັ້ນ, ການຕ່ໍ່ສູ້ຕ້ານຈັກກະພັດອາເມລິກາກູ້ຊາດຂອງກອງທັບ ແລະ ປະຊາຊົນຫວຽດນາມໄດ້ຮັບໄຊຊະນະຢ່າງສົມບູນ. ວິລະກຳນີ້ໄດ້ເປີດໄລຍະທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດຕ້ານສັດຕູຜູ້ຮຸກຮານຂອງຊາດຫວຽດນາມ. ລົດຖັງຂອງທະຫານປົດປ່ອຍບຸກເຂົ້າທຳນຽບເອກະລາດເມື່ອວັນທີ 30/4/1975 ມະຫາໄຊລະດູບານໃໝ່ປີ 1975 ບໍ່ພຽງແຕ່ສິ້ນສຸດ ການຕ່ໍ່ສູ້ຕ້ານຈັກກະພັດອາເມລິກາກູ້ຊາດໃນຕະຫຼອດ 21 ປີ ເທົ່ານັ້ນ, ຫາກຍັງສິ້ນສຸດການປົກຄອງຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ລັດທິລ່າເມືອງຂຶ້ນແບບໃໝ່ທີ່ແກ່ຍາວມາເປັນເວລາ 117 ປີ ຢູ່ປະເທດຫວຽດນາມ (1858-1975) . ມະຫາໄຊລະດູບານໃໝ່ປີ 1975 ໄດ້ໄຂສັງກາດໃໝ່ແຫ່ງປະຫວັດສາດຂອງຊາດຫວຽດນາມ, ສັງກາດເອກະລາດ, ເອກະພາບ ແລະ ກ້າວຂຶ້ນສູ່ລັດທິສັງຄົມນິຍົມ.
TAG
vov/vovworld/ໄຊຊະນະ/ປົດປ່ອຍ
Related
More








