ຄວາມຮັກແພງ ແລະ ຄວາມຫວັງ
31/01/2022 05:00
(VOVWORLD)-ບັນຍາກາດຄຶກຄື້ນມ່ວນຊື່ນຂອງລະດູບານໃຫມ່ພວມປົກຄຸມໄປທົ່ວທຸກຫົນແຫ່ງໃນທົ່ວປະເທດ ຫວຽດນາມ. ຈຸດເວລາປ່ຽນລະດູ ໄດ້ນຳເອົາຄວາມຮູ້ສຶກທີ່ແປກປະຫລາດມາໃຫ້ທຸກຄົນ..

ອີກປີຫນຶ່ງ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ 19ໄດ້ຜ່ານພົ້ນໄປ. ພວກເຮົາ ໄດ້ ແລະພວມພ້ອມກັນຜ່ານຜ່າໄລຍະຫຍຸ້ງຍາກທີ່ບໍ່ເຄີຍມີໃນປະຫວັດສາດ. ໃນຈຸດເວລາພິເສດນີ້, ພວກເຮົາແຕ່ລະຄົນຕ່າງກໍ່ຫວນຄືນສິ່ງທີ່ໄດ້ຜ່ານພົ້ນໄປ, ນັບທັງຄວາມເບີກບານມ່ວນຊື່ນ, ຄວາມໂສກເສົ້າຫງ່ວມເຫງົາ, ຄວາມຫຍຸ້ງຍາກ, ລຳບາກ ໃນ 365 ມື້ຂອງປີ 2021. ພະນັກງານການແພດຢູ່ ສູນແຍກຫ່າງ. ພາບ: TTXVN ປີ 2021 ແມ່ນປີພິເສດສຳລັບທຸກຄົນ. ພວກເຮົາໄດ້ເຫັນປະຈັກຕາກ່ຽວກັບເລື່ອງລາວຫລາຍໆຢ່າງທີ່ເຕັມໄປດ້ວຍຄວາມຮັກແພງ ຈາກນັ້ນ ຍິ່ງມີຄວາມເຊື່ອໝັ້ນ ກ້າວເຂົ້າສູ່ປີໃຫມ່ “ໂດຍ ເປັນພະນັກງານຢູ່ເທິງຍົນ ວຽກງານຂອງຂ້າພະເຈົ້າ ໄດ້ຮັບ ຜົນສະທ້ອນຢ່າງຫນັກຫນ່ວງ ຍ້ອນໂລກລະບາດໂຄວິດ 19 ໃນຕະຫລອດ 2 ປີຜ່ານມາ.”
TAG
VOV/VOVworld/ຜ່ານຜ່າໂລກລະບາດ/ລະດູບານໃຫມ່/ເຂັ້ມແຂງ
Related
More








