ຄວາມເຄັ່ງຕຶງໃນການພົວພັນລະຫວ່າງລັດເຊຍ-ຢູແກຼນ
16/08/2016 06:05
ເຫດການນີ້ເລີ່ມມາຈາກເລື່ອງ ອົງການປ້ອງກັນຄວາມສະຫົງບສະຫະພັນລັດເຊຍ (FSB) ແຈ້ງໃຫ້ຮູ້ ໄດ້ສະກັດກັ້ນກົນອຸບາຍບຸກໂຈມຕີ 2 ຄັ້ງທີ່ເລັ່ງໃສ່ບັນດາພື້ນຖານໂຄງລ່າງສຳຄັນໃນແຫຼມ Crimea, ເຊິ່ງແມ່ນເຂດດິນທີ່ໄດ້ໂຮມເຂົ້າ ລັດເຊຍຄືນໃໝ່ເມື່ອປີ 2014

(vovworld) - ໃນສັບປະດາຜ່ານມາ, ລັດເຊຍ - ຢູແກຼນ ໄດ້ໂຕ້ຖຽງກັນພາຍຫຼັງເຫດການ Moscow ກ່າວຫາ Kiev ມີກົນອຸບາຍບຸກໂຈມຕີແຫຼມ Crimea ເພື່ອເປີດສາກໃຫ້ແກ່ການປະທະກັນຄັ້ງໃໝ່ຢູ່ເຂດນີ້. ນີ້ໄດ້ຮັບຖືວ່າແມ່ນການຜັນແປຮ້າຍແຮງທີ່ສຸດຢູ່ Crimea, ນັບແຕ່ເມື່ອເກາະແຫ່ງນີ້ຖືກໂຮມເຂົ້າ ລັດເຊຍ ເມື່ອປີ 2014. ເຫດການນີ້ໄດ້ເຮັດໃຫ້ການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ລັດເຊຍ - ຢູແກຼນ ມີຄວາມເຄັ່ງຕຶງຂຶ້ນຕື່ມ.
TAG
vov/vovworld/ປະທານາທິບໍດີ ລັດເຊຍ
Related
More








