ຄວາມເຄັ່ງຕຶງຄັ້ງໃຫມ່ບົນເວທີການເມືອງ ຢູແກຼນ
06/11/2014 08:21
(vovword)- ພາຍຫລັງການເລືອກຕັ້ງຂອງຝ່າຍຄ້ານແຍກຕົວຢູ່ພາກຕາເວັນອອກ, ສະພາບການ ຢູແກຼນ ມີຜັນແປຫລາຍຢ່າງທີ່ອັນຕະລາຍ, ຍາກທີ່ຄາດຄະເນໄດ້.

(vovword)- ພາຍຫລັງການເລືອກຕັ້ງຂອງຝ່າຍຄ້ານແຍກຕົວຢູ່ພາກຕາເວັນອອກ, ສະພາບການ ຢູແກຼນ ມີຜັນແປຫລາຍຢ່າງທີ່ອັນຕະລາຍ, ຍາກທີ່ຄາດຄະເນໄດ້. ບັນດາການກະທຳຈາກອຳນາດການປົກຄອງ ກີແອບຄື: ປະກາດຄຳສັ່ງຈັດສົ່ງກຳລັງທະຫານເຖິງພາກຕາເວັນອອກ, ຍົກເລີກຂໍ້ກຳນົດພິເສດ, ຢຸດຕິການເບີກຈ່າຍງົບປະມານໃຫ້ແກ່ບັນດາເຂດທວງເອົາເອກະລາດ.. ພວມຍູ້ປະເທດນີ້ອາດຈະຕົກເຂົ້າສູ່ສະພາບເສິກກາງເມືອງ. ປະທານາທິບໍດີ Petro Poroshenko ມີຄວາມເປັນຫ່ວງກັງວົນພາຍຫຼັງການເລືອກຕັ້ງ (ພາບ: Bloomber) ພາຍຫລັງການລັດຖະປະຫານເມື່ອເດືອນ 2 ຢູ່ ຢູແກຼນ, ລັດຂະຫນານນາມເອງ Donetsk ແລະ Lugansk ໄດ້ຮັບການສ້າງຕັ້ງຂຶ້ນ, ແມ່ນການກະທຳພາໄປເຖິງການປີນຂັ້ນໄດຂອງວິກິດການຢູແກຼນ. ຫລັງຈາກນັ້ນ 2 ເດືອນ, ອຳນາດການປົກຄອງ ໄດ້ປຸກລະດົມບັ້ນຮົບການທະຫານຕ້ານຄືນບັນດາຜູ້ສະຫນັບສະຫນູນເອກະລາດຂອງເຂດນີ້. ມີກົດໝາຍພິເສດສະບັບຫນຶ່ງໃຫ້ແກ່ເຂດ Donbass ລວມມີ: Donetsk ແລະ Lugansk ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ ຢູແກຼນ ເມື່ອວັນທີ 16/9, ພາຍຫລັງສັນຍາຢຸດຍິງ ເມື່ອວັນທີ 5/9 ລະຫວ່າງ Kiev ແລະ ບັນດາຜູ້ສະຫນັບສະຫນູນເອກະລາດຢູ່ພາກຕາເວັນອອກ ຢູແກນ. ຕາມນັ້ນແລ້ວ ເຂດ Donbass ໄດ້ຮັບປະກັນສິດນຳໃຊ້ພາສາ ລັດເຊຍ ຫລືບໍ່ວ່າພາສາໃດ ແລະ ຄາດວ່າ ຈະດຳເນີນການເລືອກຕັ້ງທ້ອງຖິ່ນໃນວັນທີ 7/12. ກົດໝາຍສະບັບນີ້ ກໍກຳນົດວ່າ ບັນດາການເລືອກຕັ້ງທ້ອງຖິ່ນປະຕິບັດຖືກຕ້ອງຕາມກົດໝາຍ ຢູແກຼນ ຈະດຳເນີນໄປຢູ່ບັນດາເຂດນີ້ໃນເດືອນ 12. ເຖິງຢ່າງໃດກໍຕາມ, ບັນດາປະເທດຂະຫນານນາມເອງ ໄດ້ຈັດຕັ້ງການເລືອກຕັ້ງຄັ້ງຕ່າງໆເພື່ອເລືອກຕັ້ງການນຳ ແລະ ສະພາແຫ່ງຊາດໃຫ້ສະເພາະຕົນເອງໃນວັນທີ 2/11. ອຳນາດການປົກຄອງ ຢູແກຼນ ໄດ້ກ່າວປະນາມບັນດາການເລືອກຕັ້ງດັ່ງກ່າວ ແລະ ຖືວ່າແມ່ນຜິດກົດໝາຍ. ອາເມລິກາ, ອີຢູ ແລະ ນາໂຕ ກໍຖະແຫລງ ບໍ່ຍອມຮັບໝາກຜົນການເລືອກຕັ້ງຂອງກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກ ຢູແກຼນ.
TAG
vov/vovworld/ເສິກກາງເມືອງ
Related
More








