VOV WorldVOV World
ຄວາມເສລີໃນການເຫຼື້ອມໄສ, ສາສະໜາ - ປະກົດການທີ່ມີຊີວິດຊີວາກ່ຽວກັບສິດທິມະນຸດ
13/06/2014 07:05
ອາດ​ຢືນຢັນ​ໄດ້​ວ່າ, ຊີວິດໃນ​ການ​ເຫຼື້ອມ​ໄສ, ສາສະໜາຢູ່​ຫວຽດນາມ​​ໃນ​ປະຈຸ​ບັນນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ໄດ້​ຮັບ​ຄວາມ​ເຄົາລົບ, ຮັບປະກັນຈາກ​ລັດ ​ດ້ວຍ​ລັດຖະທຳ​ມະນູນ ​ແລະ ກົດໝາຍ.
ຄວາມເສລີໃນການເຫຼື້ອມໄສ, ສາສະໜາ - ປະກົດການທີ່ມີຊີວິດຊີວາກ່ຽວກັບສິດທິມະນຸດ
(vovworld) - ທີ່​ກອງ​ປະຊຸມ​ຄັ້ງ​ທີ 26 ຂອງ​ສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ (ສປຊ) ​ເຊິ່ງພວມ​ດຳ​ເນີນ​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ຫວຽດນາມ​ ໄດ້​ແຈ້ງ​​​ໃຫ້ປະ​ເທດ​ຕ່າງໆ​​ໄດ້​ຮັບ​ຊາບກ່ຽວ​ກັບ​ເລື່ອງ​ຮັບ​ຮູ້​ບັນດາ​ຂໍ້​ສະ​ເໜີ​ຢູ່​ກອງ​ປະຊຸມຮັບຮອງ​ເອົາ​ບົດ​ລາຍ​ງານ​ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດ​ທິມະນຸດ (UPR) ​ໄລຍະ 2 ຂອງ​ຫວຽດນາມ​ ​ເມື່ອ​ເດືອນ 2/2014 ຢ່າງ​ເປັນ​ທາງ​ການ. ນອກ​ນັ້ນ, ຫວຽດນາມ​ ຍັງ​ສືບ​ຕໍ່​ຢືນຢັນ​ກັບ​ໂລກບັນດາ​ຜົນງານ​ກ່ຽວ​ກັບ​ເລື່ອງ​ຮັບປະກັນ​ສິດທິ​ມະນຸດ, ​ໃນ​ນັ້ນ​ມີ​ສິດ​ເສລີ​ໃນ​ການ​ເຫຼື້ອມ​​ໄສ, ສາສະໜາ. ບົດຂຽນ​ຂອງ​ນັກ​ຂ່າວ ທູ​ຮວາ, ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ມີ​ຫົວ​ຂໍ້​ວ່າ: “ຄວາມ​ເສລີ​ໃນ​ການ​ເຫຼື້ອມ​ໄສ, ສາສະໜາ - ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ສິດທິ​ມະນຸດ“.
TAG
vov/vovworld ສາສະໜາ

More