VOV WorldVOV World
ຄວາມໝັ້ນຄົງໃນພາກພື້ນອາຊຽນ ຕ້ອງຕິດພັນກັບສະຖຽນລະພາບຢູ່ທະເລຕາເວັນອອກ
26/04/2016 09:39
ວັນ​ທີ 24/4, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງ​ອີ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄື ລາວ, ກຳ​ປູ​ເຈຍ ແລະ ບ​ຣູ​ໄນ​ດ້ວຍ​ຄຳ​ຖະ​ແຫຼງ​ວ່າ ​ປັກ​ກິງ​​ໄດ້​ບັນ​ລຸຂໍ້​ຕົກ​ລົງ 4 ຂໍ້​ກັບ 3 ປະ​ເທດ​ດັ່ງ​ກ່າວ​ໃນ​ບັນ​ຫາ​ທະ​ເລຕາ​ເວັນ​ອອກ
ຄວາມໝັ້ນຄົງໃນພາກພື້ນອາຊຽນ ຕ້ອງຕິດພັນກັບສະຖຽນລະພາບຢູ່ທະເລຕາເວັນອອກ
ວັນ​ທີ 24/4, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງ​ອີ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄື ລາວ, ກຳ​ປູ​ເຈຍ ແລະ ບ​ຣູ​ໄນ​ດ້ວຍ​ຄຳ​ຖະ​ແຫຼງ​ວ່າ ​ປັກ​ກິງ​​ໄດ້​ບັນ​ລຸຂໍ້​ຕົກ​ລົງ 4 ຂໍ້​ກັບ 3 ປະ​ເທດ​ດັ່ງ​ກ່າວ​ໃນ​ບັນ​ຫາ​ທະ​ເລຕາ​ເວັນ​ອອກ. ການ​ຢ້ຽມ​ຢາມ​ແມ່ນ​ໄດ້​ດຳ​ເນີນ​ໃນ​ສະ​ພາ​ວະ​ທີ່​ສານ​ກຳ​ມະ​ການ​ຢູ່​ລາ​ໄຮ​ປະ​ເທດ​ໂຮນ​ລ​ັງ​ໃກ້​ຈະ​ປະ​ກາດ​ຄຳ​ຕັດ​ສິນ​ສຸດ​ທ້າຍ​ກ່ຽວ​ກັບ​ເລື່ອງ​ຟີ​ລິບ​ປິນ​ຮ້ອງ​ຟ້ອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ບັນ​ດາ​ຜູ້​ຊ່ຽວ​ຊານ​ໄດ້​ຊີ້​ອອກວ່າ ຈຸດ​ປະ​ສົງ​ຢູ່​ເບື້ອງຫຼັງ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ແມ່ນ​ເພື່ອ​ຊອກ​ຫາ​ວິ​ທີ​ກໍ່​ຄວາມ​ແບ່ງ​ແຍກໂດຍເຈດ​ຕະ​ນາ​ລະ​ຫວ່າງບັນ​ດາ​ປະ​ເທດ​ອາ​ຊຽນໃນ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.        ດ້ວຍ​ການ​ອ້າງ​ເຫດ​ຜົນ​ກ່ຽວ​ກັບການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກທີ່​ວ່າ : “ ບໍ່​ແມ່ນ​ບັນ​ຫາ​ລະ​ຫວ່າງ​ຈີນ ແລະ ອາ​ຊຽນ, ບໍ່​ຄວນ​ປະ​ໃຫ້​ມັນ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພົວ​ພັນ​ຈີນ-ອາ​ຊຽນ”, ຂໍ້​ຕົກ​ລົງ 4 ຂໍ້​ ຊຶ່ງ​ປັກ​ກິງໄດ້​ປະ​ກາດນັ້ນ ແມ່ນ​ເພື່ອ​ແນ​ໃສ່​ດຶງ​ດູດ​ການ​ສະ​ໜັບ​ສະ​ໜູນ​ທາງ​ການ​ທູດ​ກ່ອນ​ທີ່​ສານ​ກຳ​ມະ​ການ​ຢູ່​ລາ​ໄຮ​ຍົກ​ອອກ​ຄຳ​ຕັດ​ສິນ​ກ່ຽວ​ກັບ​ກໍ​ລະ​ນີ​ຟີ​ລິບ​ປີນ​ຮ້ອງ​ຟ້ອງ​ເລື່ອງ​ຈີນ​ອ້າງ​ເອົາ​ສິດ​ອະ​ທິ​ປະ​ໄຕ “ ເສັ້ນລີ້ນ​ງົວ 9 ຕອນ” ໂດຍ​ຈີນ​ໄດ້​ກຳ​ນົດ​ພຽງ​ລຳ​ພັງ​ຝ່າຍ​ດຽວຢູ່​ທະ​ເລ​ຕາ​ເວັນ​ອອກ.
TAG
vovworld/ທະ​ເລ ຕາ​ເວັນ​ອອກ

More