VOV WorldVOV World
ກໍ່ສ້າງຊົນຊັ້ນກຳມະກອນ ເພື່ອຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄຫມ
01/05/2022 13:46
(VOVWORLD) -ຫວຽດນາມ ພວມກໍ່ສ້າງ ແລະ ພັດທະນາຊົນຊັ້ນກຳມະກອນຢ່າງແທດຈິງ ຕອບສະຫນອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄຫມ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດ ສາກົນ. ຕາມນັ້ນແລ້ວ, ເລື່ອງໂຄສະນາ ແລະ ສຶກສາກ່ຽວກັບພາລະກຳ, ບົດບາດຂອງຊົນຊັ້ນກຳມະກອນ; ເອົາໃຈໃສ່ເຖິງຊີວິດດ້ານວັດຖຸ ແລະ ຈິດໃຈຂອງກຳມະກອນ; ປ່ຽນໃຫມ່ວິທີຊີ້ນຳຂອງພັກຕໍ່ບັນດາອົງການການເມືອງ ສັງຄົມໃນວິສາຫະກິດ ພ້ອມທັງປ່ຽນໃຫມ່ວິທີການເຄື່ອນໄຫວຂອງອົງການນີ້ໃຫ້ເໝາະສົມກັບສະພາບການໃຫມ່ ນັ້ນແມ່ນບັນດາມາດຕະການພື້ນຖານ.
ກໍ່ສ້າງຊົນຊັ້ນກຳມະກອນ ເພື່ອຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄຫມ
ຫວຽດນາມ ພວມສ້າງ ແລະ ພັດທະນາຊົນຊັ້ນກຳມະກອນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພາລະກິດຫັນເປັນອຸດສາຫະກຳ, ທັນສະໄຫມ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. (ພາບປະກອບ: hanoimoi.com.vn ) ວິວັດການປ່ຽນແປງໃຫມ່ຢ່າງແຮງ ຕາມທິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ພວມສ້າງບັນດາກາລະໂອກາດໃຫມ່ໃຫ້ແກ່ການພັດທະນາຊົນຊັ້ນກຳມະກອນ ຫວຽດນາມ. ເລື່ອງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ຊັບຊ້ອນ ແລະ ປ່ຽນໃຫມ່ລັດວິສາຫະກິດ, ດຶງດູດການລົງທຶນຂອງຕ່າງປະເທດ, ສ້າງຕັ້ງວິສາຫະກິດໃຫມ່ຫລາຍແຫ່ງ, ຍູ້ແຮງການສົ່ງອອກສິນຄ້າ ແລະ ແຮງງານ, ພັດທະນາພື້ນຖານໂຄງລ່າງ, ກໍ່ສ້າງບັນດາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ… ໄດ້ຊຸກຍູ້ພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ ດ້ວຍລະດັບເຕີບໂຕສູງ ພ້ອມທັງສ້າງວຽກເຮັດງານທຳໃຫ້ແຮງງານໃນເຂດອຸດສາຫະກຳນັບລ້ານໆຄົນ. ເພື່ອໃຫ້ຊົນຊັ້ນກຳມະກອນ ຫວຽດນາມ ພັດທະນາ ແລະ ເຕີບໃຫຍ່, ນັບມື້ນັບສົມເປັນກຳລັງສຳຄັນທີ່ສຸດ ເພື່ອກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ ແລະ ລະບອບສັງຄົມນິຍົມ, ຫວຽດນາມ ໄດ້ສ້າງຍຸດທະສາດແຫ່ງຊາດສັງລວມ, ຄົບຊຸດ ກ່ຽວກັບການສ້າງ ແລະ ພັດທະນາຊົນຊັ້ນກຳມະກອນ ຫວຽດນາມ ໃນໄລຍະຈະມາເຖິງ ມາໄດ້ຫລາຍປີແລ້ວ. ບັນດາມາດຕະການພື້ນຖານເພື່ອກໍ່ສ້າງຖັນແຖວກຳມະກອນ ລວມມີ:
TAG
VOV/VOVworld/ຊົນຊັ້ນກຳມະກອນ/ກຳມະບານ

More