ກອງປະຊຸມສຸດຍອດ G20: ຜົນສຳເລັດບໍ່ຄົບຖ້ວນ
22/11/2024 07:50
(VOVWORLD) - ກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ G20 ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 18-19 ພະຈິກຢູ່ Rio de Janeiro, Brazil, ຊື່ງໄດ້ຮັບຮູ້ບາດກ້າວເດີນໃຫ່ຍໃນຄວາມມານະພະຍາຍາມຕ້ານໄພອຶດຫິວທຸກຍາກໃນໂລກ. ເຖິງຢ່າງໃດກໍ່ຕາມ, ກອງປະຊຸມບໍ່ສາມາດຊຸກຍູ້ການບຸກທະລຸໃຫ່ຍກ່ຽວກັບບັນຫາການເງິນດ້ານດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານໄດ້ ຄືດັ່ງຄວາມຄາດຫວັງ, ພ້ອມທັງຍັງຖືກແບ່ງແຍກດ້ານພູມສາດການເມືອງ.

ດ້ວຍຫົວເລື່ອງ “ສ້າງໂລກມີຄວາມຍຸດຕິທຳ ແລະ ຍືນຍົງກ່ວາ”, ກອງປະຊຸມສຸດຍອດ G20 ປີນີ້ ໄດ້ວາງເປົ້າໝາຍຕົ້ນຕໍເຂົ້າໃນຫຼາຍບັນຫາຊື່ງບັນດາປະເທດພວມພັດທະນາ ຫລືຍັງເອີ້ນວ່າ “ທິດໃຕ້ທົ່ວໂລກ” (Global South) ມີຄວາມສົນໃຈຄື: ໄພອຶດຫິວທຸກຍາກ; ການປະຕິຮູບການບໍລິຫານທົ່ວໂລກ; ຄວາມຍຸດຕິທຳໃນບັນຫາການເງິນດ້ານດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ.
TAG
VOV/VOVworld/ກອງປະຊຸມສຸດຍອດ G20: ຜົນສຳເລັດບໍ່ຄົບຖ້ວນ/Rio de Janeiro/Lula da Silva ປະທານາທິບໍດີ Brazil/COP29/Baku/“ທິດໃຕ້ທົ່ວໂລກ” (Global South)/Azerbaijan
Related
More








