ກອງປະຊຸມລັດຖະມົນຕີການເງິນ G20 ປຶກສາຫາລືບັນດາບັນຫາຈຳເປັນ ແລະ ຮີບດ່ວນທົ່ວໂລກ
15/07/2022 07:48
(VOVWORLD) - ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ໄດ້ຈັດຂຶ້ນໃນສະພາບການປະທະກັນຢູ່ ຢູແກຼນ ກ້າວເຂົ້າສູ່ເດືອນທີ 5, ກໍ່ໃຫ້ເກີດຫຼາຍຜົນຕາມມາຄື: ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນສູງ, ວິກິດການກ່ຽວກັບລາຄາໃຊ້ສອຍ

ມື້ນີ້, ບັນດາການນຳດ້ານການເງິນຂອງກຸ່ມ 20 ພື້ນຖານເສດຖະກິດໃຫຍ່ (G20) ໄດ້ເລີ່ມພົບປະກັນຢູ່ ບາລີ, ປະເທດ ອິນໂດເນເຊຍ ເພື່ອພ້ອມກັນປຶກສາຫາລືບັນດາບັນຫາຮີບດ່ວນທົ່ວໂລກ. ເຖິງວ່າ, ການປະທະກັນຢູ່ ຢູແກຼນ ພວມແມ່ນບັນຫາມືດມົວ ແລະ ແມ່ນສາເຫດຕົ້ນຕໍທີ່ກໍ່ຄວາມຂາດສະຖຽນລະພາບທົ່ວໂລກກໍ່ຕາມ, ແຕ່ຄາດໝາຍຂອງກອງປະຊຸມທີ່ປະເທດເຈົ້າພາບວາງອອກນັ້ນແມ່ນບໍ່ປະໃຫ້ບັນດາຂໍ້ຂັດແຍ້ງກ່ຽວກັບການປະທະກັນຢູ່ຢູແກຼນ ມາເຮັດໃຫ້ການປຶກສາຫາລືຄັ້ງຕ່າງໆໄປບໍ່ຖືກທິດ, ຕ້ອງຕັດສິນໃຈບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບັນຫາຈຳເປັນ ແລະ ຮີບດ່ວນຄື: ຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ ແລະ ໄພເງິນເຟີ້ເພີ່ມຂຶ້ນສູງ. ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen (TTXVN) ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ໄດ້ຈັດຂຶ້ນໃນສະພາບການປະທະກັນຢູ່ ຢູແກຼນ ກ້າວເຂົ້າສູ່ເດືອນທີ 5, ກໍ່ໃຫ້ເກີດຫຼາຍຜົນຕາມມາຄື: ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນສູງ, ວິກິດການກ່ຽວກັບລາຄາໃຊ້ສອຍ, ລາຍຈ່າຍໃນການດຳລົງຊີວິດເພິ່ມຂຶ້ນ... ຫວ່າງແລ້ວນີ້, ກອງທຶນເງິນຕາສາກົນ (IMF) ໄດ້ກ່່າວເຕືອນວ່າແງ່ຫວັງເສດຖະກິດທົ່ວໂລກຍັງຂາດສະຖຽນລະພາບ ແລະ ການຂາດຕອນໃນການສະໜອງອາຍແກັດໄປຍັງ ເອີລົບ ອາດຈະເຮັດໃຫ້ຫຼາຍພື້ນຖານເສດຖະກິດຕົກເຂົ້າສູ່ສະພາບຊຸດໂຊມ. ກອງທຶນນີ້ກໍ່ຕ້ອງຫລຸດລະດັບຄາດຄະເນການເຕີບໂຕເສດຖະກິດທົ່ວໂລກລົງເຫຼືອພຽງ 3,6% ແລະ ນີ້ແມ່ນການຄາດຄະເນຖືກຫລຸດລົງເປັນຄັ້ງທີ 3 ໃນປີນີ້, ພ້ອມນັ້ນ, ໂອກາດຊຸດໂຊມດ້ານເສດຖະກິດຍັງສືບຕໍ່ເກີດຂຶ້ນໃນປີນີ້.
TAG
VOV/VOVworld/G20/ໄພເງິນເຟີ້
Related
More








