ກອງປະຊຸມສຳມະນາກ່ຽວກັບຜົນກະທົບຫຍໍ້ທໍ້ ຂອງການຖົມດິນເປັນເກາະຢູ່ທະເລຕາເວັນອອກ
31/07/2015 10:42
ກອງປະຊຸມສຳມະນາສາກົນທີ່ມີຫົວຂໍ້ “ ກິດຈະກຳຖົມດິນເປັນເກາະຢູ່ທະເລຕາເວັນອອກ ແລະ ຜົນກະທົບທີ່ມີຕໍ່ສັນຕິພາບ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າຂອງພາກພື້ນ ” ຫາກໍຖືກຈັດຂຶ້ນໃນວັນທີ 25/7 ຢູ່ນະຄອນໂຮ່ຈິມິນ

ກອງປະຊຸມສຳມະນາສາກົນທີ່ມີຫົວຂໍ້ “ ກິດຈະກຳຖົມດິນເປັນເກາະຢູ່ທະເລຕາເວັນອອກ ແລະ ຜົນກະທົບທີ່ມີຕໍ່ສັນຕິພາບ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າຂອງພາກພື້ນ ” ຫາກໍຖືກຈັດຂຶ້ນໃນວັນທີ 25/7 ຢູ່ນະຄອນໂຮ່ຈິມິນ. ຜູ້ຊ່ຽວຊານດ້ານກົດໝາຍ, ນັກຄົ້ນຄ້ວາທັງຢູ່ພາຍໃນ ແລະ ຕ່າງປະເທດຈຳນວນປະມານ 200 ຄົນ ໄດ້ເຮັດໃຫ້ຈະແຈ້ງກ່ຽວກັບບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982) ກ່ຽວກັບການກໍ່ສ້າງ, ຖົມດິນເປັນເກາະຢູ່ມະຫາສະໝຸດເວົ້າລວມ ແລະ ຢູ່ທະເລຕາເວັນອອກເວົ້າສະເພາະ. ບັນດາຜູ້ຊ່ຽວຊານໄດ້ໄຈ້ແຍກກ່ຽວກັບຜົນກະທົບຫຍໍ້ທໍ້ ຂອງການ ຖົມດິນເປັນເກາະຢູ່ທະເລຕາເວັນອອກ ບັນດານັກຮຽນຮູ້ທີ່ມາຈາກຫຼາຍປະເທດໃນໂລກ ແລະ ບັນດານັກຮຽນຮູ້ຂອງຫວຽດນາມໄດ້ໄຈ້ແຍກ, ຄົ້ນຄ້ວາຕີລາຄາບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982), ກໍຄືເລື່ອງຈີນກໍ່ສ້າງ,ຖົມດິນເປັນເກາະບາງແຫ່ງຢູ່ທະເລຕາເວັນອອກໃນປະຈຸບັນ. ຕາມນັ້ນແລ້ວ, ເລື່ອງຈີນດຳເນີນການກໍ່ສ້າງ ຖົມດິນເປັນເກາະຢູ່ ທະເລຕາເວັນອອກຈະກໍ່ໃຫ້ເກີດຜົນພາຍຫຼັງທີ່ຍາກຈະຄາດຄະເນໄວ້ລວງໜ້າ.
TAG
vovworld/ທະເລ/ເກາະດອນ
Related
More








