ກອງປະຊຸມສຸດຍອດ EU ແລະ ບັນດາບັນຫາທີ່ເຄັ່ງຮ້ອນຂອງເອີລົບ
25/06/2015 11:50
ວັນທີ 25/6, ການນຳ 27 ທ່ານຂອງສະຫະພາບເອີລົບ EU ໄດ້ເລີ່ມໂຮມປະຊຸມຢູ່ບຣຸກແຊນ ປະເທດແບນຊິກ ເພື່ອປຶກສາຫາລືບັນດາບັນຫາທີ່ເຄັ່ງຮ້ອນ ທີ່ກໍ່ການແບ່ງແຍກໃນກຸ່ມນີ້ນັບແຕ່ຫຼາຍເດືອນທີ່ຜ່ານມາ

ວັນທີ 25/6, ການນຳ 27 ທ່ານຂອງສະຫະພາບເອີລົບ EU ໄດ້ເລີ່ມໂຮມປະຊຸມຢູ່ບຣຸກແຊນ ປະເທດແບນຊິກ ເພື່ອປຶກສາຫາລືບັນດາບັນຫາທີ່ເຄັ່ງຮ້ອນ ທີ່ກໍ່ການແບ່ງແຍກໃນກຸ່ມນີ້ນັບແຕ່ຫຼາຍເດືອນທີ່ຜ່ານມາ. ເລື່ອງວິກິດການໜີ້ສາທາລະນະຢູ່ເກຼັກ, ຄວາມຕ້ອງການປະຕິຮູບລະບອບລະບຽບການຂອງອັງກິດ, ຄວາມຂັດແຍ້ງກັບປະເທດລັດເຊຍຫຼືບັນຫາເຂົ້າເມືອງຢ່າງຜິດກົດໝາຍ ກໍແມ່ນບັນດາບັນຫາທີ່ພວມເຮັດໃຫ້ EU ສັບສົນຫຼາຍຂຶ້ນ. ທ່ານນາຍົກລັດຖະມົນຕີອັງກິດ Cameron ແລະ ຄູ່ຕຳແໜ່ງຂອງເຢຍລະມັນ ເກຼັກແມ່ນຫົວເລື່ອງທີ່ເຄັ່ງຮ້ອນທີ່ສຸດຖືກນຳມາປຶກສາຫາລືກ່ອນທີ່ດຳເນີນກອງປະຊຸມ ແລະ ກໍແມ່ນຫົວເລື່ອງຈຸດສຸມໃນກອງປະຊຸມຂອງບັນດາປະມຸກລັດໃນເອີລົບ. ພາຍຫຼັງທີ່ກອງປະຊຸມສຸດຍອດພາກພື້ນໃຊ້ສະກຸນເງິນເອີໂຣລວມ ສິ້ນສຸດລົງຢ່າງຮີບດ່ວນເມື່ອວັນທີ 22/6 ທີ່ຜ່ານມາ. ທ່ານປະທານ EU Jean – Claude Juncker ໄດ້ສະແດງຄວາມວິຕົກກັງວົນຕໍ່ຄວາມຄືບໜ້າໃນບັນດາການເຈລະຈາລະຫວ່າງເກັຼກກັບກຸ່ມເຈົ້າໜີ້ ຊຶ່ງລວມມີ : EU, ທະນາຄານ ECB ແລະ ກອງທຶນເງິນຕາສາກົນ IMF . ທ່ານປະທານ EU Jean – Claude Juncker ໄດ້ຮຽກຮ້ອງບັນດາຝ່າຍຄວນຍາດແຍ່ງກາລະໂອກາດດຳເນີນການເຈລະຈາໂດຍໄວ. ມາຮອດຈຸດເວລານີ້, ບ້ວງເງິນຊ່ວຍກູ້ລວມມູນຄ່າ 7,2 ຕື້ ເອີໂຣ ( ປະມານ 8 ຕື້ USD )ຍັງບໍ່ທັນໄດ້ຮັບການແກ້ໄຂ. EU ໄດ້ຮຽກຮ້ອງເກຼັກຄວນເພີ່ມເຕີມບັນດາການປະຕິຮູບໃໝ່ຕື່ມອີກຕາມຄວາມຮຽກຮ້ອງຂອງບັນດາເຈົ້າໜີ້ເພື່ອຫຼີກລ້ຽງໄພລົ້ມລະລາຍ.
Related
More








