VOV WorldVOV World
ກົນ​ອຸ​ບາຍຢຶກ​ຄອງທະ​ເລ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໂດຍ​ບໍ່​ຫົວ​ຊາ​ຕໍ່​ກົດ​ໝາຍ​ສາ​ກົນ
09/10/2019 09:34
(VOVWORLD) - ນັບແຕ່ວັນທີ 3 ກໍລະກົດ 2019 ຈົນເຖິງປັດຈຸບັນ, ກຸ່ມກຳປັ່ນໄຮຢາງ 8 ຂອງຈີນກໍ່ຍັງເຄື່ອນໄຫວສຳຫຼວດນ້ຳມັນ ແລະ ເປີດກວ້າງຂອບເຂດການເຄື່ອນໄຫວຢູ່ເຂດບ໋າຍຕືຈີ໊ງ- ຫວຸງເມິຍທີ່ຂຶ້ນກັບເຂດເສດຖະກິດພິເສດ - ໄຫຼ່ທະວີບຂອງຫວຽດນາມຢ່າງຕໍ່ເນື່ອງ. ການເຄື່ອນໄຫວຂອງກຸ່ມກຳປັ່ນຈີນແມ່ນການລະເມີດສິດຕໍ່ອຳນາດອະທິປະໄຕແລະ ສິດອຳນາດສານຂອງຫວຽດນາມທີ່ໄດ້ກຳນົດໄວ້ຢ່າງເໝາະສົມກັບບັນດາຂໍ້ກຳນົດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ຢ່າງຮ້າຍແຮງເຊິ່ງ ຫວຽດນາມແລະຈີນ ຕ່າງກໍ່ເປັນສະມາຊິກ.
ກົນ​ອຸ​ບາຍຢຶກ​ຄອງທະ​ເລ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໂດຍ​ບໍ່​ຫົວ​ຊາ​ຕໍ່​ກົດ​ໝາຍ​ສາ​ກົນ
ພາບປະກອບ         ຕາມຂໍ້ກຳນົດໃນUNCLOS1982, ປະເທດຢູ່ແຄມທະເລມີອຳນາດອະທິປະໄຕໃນການສຳຫຼວດ, ອະນຸລັກ, ຄຸ້ມຄອງບັນດາຊັບພະຍາກອນທຳມະຊາດ, ຊັບພະຍາກອນມີຊີວິດຫຼືບໍ່ມີຊີວິດຂອງເຂດນ້ຳ, ພື້ນມທະເລ, ເຂດພື້ນດິນໃຕ້ທະເລກໍ່ຄືບັນດາການເຄື່ອນໄຫວອື່ນທີ່ແນ່ໃສ່ການສຳຫຼວດ, ຂຸດຄົ້ນ, ເພື່ອເປົ້າໝາຍເສດຖະກິດ ໃນເຂດເສດຖະກິດພິເສດໄລຍະ 200 ໄມທະເລແມ່ນຄິດໄລ່ຕາມເສັ້ນພື້ນຖານ. ເພາະສະນັ້ນ, ການເຄື່ອນໄຫວຂອງກຸ່ມກຳປັ່ນຈີນ ແມ່ນໄດ້ລະເມີດ ບັນດາສິດອຳນາດອະທິປະໄຕຂອງຫວຽດນາມ, ນາບຂູ່ສັນຕິພາບແລະສະຖຽນລະພາບໃນພາກພື້ນ, ລະເມີດບັນດາສິດເສລີໃນການໄປມາແລະຂຸດຄົ້ນຊັບພະຍາກອນ ແລະ ເສດຖະກິດຫວຽດນາມກໍ່ຄືຂອງບັນດາປະເທດອື່ນໆ.
TAG
VOV/VOVworld/ຈີນ/ຫວຽດ​ນາມ/ທະ​ເລ​ຕາ​ເວັນ​ອອກ

More