ລັດເຊຍ - ຢູແກຼນ: ປະຕູສົນທະນາພວມຄ່ອຍໆປິດລົງ
19/06/2014 13:27
ການພົວພັນລະຫວ່າງລັດເຊຍ - ຢູແກຼນພວມກ້າວສູ່ໄລຍະຄົດລ້ຽວທີ່ເປັນ ອັນຕະລາຍຄັ້ງໃໝ່. ໂດຍບໍ່ຫົວຊາຕໍ່ບັນດາຄຳຖະແຫຼງການທີ່ມີເຈດຕະນາດີຂອງການນຳ 2 ປະເທດ

ການພົວພັນລະຫວ່າງລັດເຊຍ - ຢູແກຼນພວມກ້າວສູ່ໄລຍະຄົດລ້ຽວທີ່ເປັນ ອັນຕະລາຍຄັ້ງໃໝ່. ໂດຍບໍ່ຫົວຊາຕໍ່ບັນດາຄຳຖະແຫຼງການທີ່ມີເຈດຕະນາດີຂອງການນຳ 2 ປະເທດ, ພາຍຫຼັງທີ່ຢູແກຼນມີປະທານາທິບໍດີຄົນໃໝ່, ບັນດາການກະທຳໃນປະຈຸບັນໄດ້ສະແດງໃຫ້ເຫັນວ່າ ຄວາມມານະອົດທົນຂອງບັນດາຝ່າຍພວມຄ່ອຍສູນຫາຍໄປ ແລະ ຍູ້ການພົວພັນກ້າວໄປເຖິງການປະທະກັນຢ່າງຮ້າຍແຮງໃນໄວໆນີ້. ໃນການກະທຳທີ່ເຮັດໃຫ້ເພີ່ມຄວາມເຄັ່ງຕຶງລະຫວ່າງ 2 ປະເທດ, ວັນທີ 17/6, ລັດເຊຍໄດ້ຍືນສະເໜີມະຕິສະບັບໜຶ່ງກ່ຽວກັບຢູແກຼນຂຶ້ນຕໍ່ສະພາຄວາມໝັ້ນຄົງ ສ.ປ.ຊ, ໃນນັ້ນ ໄດ້ກ່າວປະນາມການຍິງປືນໃຫຍ່, ພິເສດແມ່ນຢູ່ບໍລິເວນພາກຕາເວັນອອກ, ຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ, ອອກຄຳສັ່ງຢຸດຍິງເພື່ອສົນທະນາ, ພ້ອມທັງຮຽກຮ້ອງໃຫ້ເປີດການສືບສວນກ່ຽວກັບການຕາຍຂອງນັກຂ່າວລັດເຊຍ 2 ຄົນຢູ່ຢູແກຼນ. ໂດຍໄດ້ຕອບໂຕ້ຄືນ, ວັນທີ 17/6, ສະພາແຫ່ງຊາດຢູແກຼນກໍໄດ້ຮັບຮອງເອົາມະຕິກ່ຽວກັບບັນຫາເພີ່ມທະວີການຄວບຄຸມເຂດຊາຍແດນທາງທິດຕາເວັນອອກກັບລັດເຊຍ. ຕາມນັ້ນແລ້ວ, ໃນເວລາ 1 ເດືອນ, ອົງການປ້ອງກັນຊາຍແດນຢູແກຼນ ໄດ້ເພີ່ມຈຳນວນພາລະກອນຂຶ້ນຫຼາຍພໍສົມຄວນເພື່ອສາມາດຄວບຄຸມຢ່າງແໜ້ນແຟ້ນ ເຂດຊາຍແດນທາງທິດຕາເວັນອອກກັບລັດເຊຍ, ນັບທັງຢູ່ບັນດາບໍລິເວນທີ່ບໍ່ມີການສູ້ຮົບ. ນອກຈາກນັ້ນ, ຢູແກຼນໄດ້ອອກຄຳສັ່ງໃຫ້ບັນດາກຳລັງທີ່ມີໜ້າທີ່ ກຳນົດບັນດາເອກະສານເພື່ອແບ່ງກຳນົດຊາຍແດນກັບ ລັດເຊຍ. ຢູແກຼນ ກໍພວມພິຈາລະນາການຫ້າມຖ່າຍທອດເພີ່ມເຕີມ 4 ຊ່ອງໂທລະພາບຂອງ ລັດເຊຍ, ອັນໄດ້ຍົກຈຳນວນ ຊອງໂທລະພາບຂອງ ລັດເຊຍຖືກຫ້າມຖ່າຍທອດຢູ່ ຢູແກຼນຂຶ້ນເຖິງ 8 ຊ່ອງ. ນອກຈາກນັ້ນ, ປະທານາທິບໍດີຢູແກຼນ Petro Poroshenko ກໍໄດ້ອອກຄຳສັ່ງເກືອດຫ້າມທຸກການຮ່ວມມືໃນຂົງເຂດອຸດສາຫະກຳການທະການກັບລັດເຊຍ.
TAG
vov/vovworld/ລັດເຊຍ/ຢູແກຼນ
Related
More








