VOV WorldVOV World
ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຜົນງານພື້ນຖານຂອງສິດທິມະນຸດຫວຽດນາມ
12/06/2014 14:47
ສິດທິມະນຸດ, ດ້ວຍຄວາມໝາຍແທ້ຈິງ ແມ່ນໄດ້ຮັບການສັງເກດໃນ ຂອບເຂດກ້ວາງຂວາງຊຶ່ງຢູ່ໃນນັ້ນ, ມະນຸດໄດ້ຮັບຄວາມເອົາໃຈໃສ່ຈາກສັງຄົມ ສ້າງເງື່ອນໄຂເພື່ອສາມາດພັດທະນາຢ່າງຮອບດ້ານ
ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຜົນງານພື້ນຖານຂອງສິດທິມະນຸດຫວຽດນາມ
   ສິດທິມະນຸດ, ດ້ວຍຄວາມໝາຍແທ້ຈິງ ແມ່ນໄດ້ຮັບການສັງເກດໃນ ຂອບເຂດກ້ວາງຂວາງ ຊຶ່ງຢູ່ໃນນັ້ນ, ມະນຸດໄດ້ຮັບຄວາມເອົາໃຈໃສ່ຈາກສັງຄົມ ສ້າງເງື່ອນໄຂເພື່ອສາມາດພັດທະນາ ຢ່າງຮອບດ້ານ ກ່ຽວກັບຊີວິດດ້ານວັດຖຸ ແລະ ຊີວິດດ້ານຈິດໃຈ. ຜົນງານດ້ານສິດທິມະນຸດຢູ່ຫວຽດນາມ ແມ່ນພົ້ນເດັ່ນ ຂຶ້ນຜ່ານ​ກິດຈະການ​ ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ ຊຶ່ງ​ໄດ້​ຮັບ​ການ​ປະຕິບັດ​​ໃນ​ສິບ​ປີຜ່ານມາ ​ແລະ ບັນລຸ​ຫຼາຍ​ໝາກຜົນ​ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ. (ພາບປະກອບ)     ​ໃນ​ຂົງ​ເຂດສິດທິມະນຸດ, ທັດສະນະ​ຂອງ​ສະຫະ​ປະຊາ​ຊາດກໍ​ຄື​ທັດສະນະ ​ແລະ ກົດໝາຍ​ຫວຽດນາມ​ກໍ​ລ້ວນ​ແຕ່​ຢືນຢັນ​ບັນດາ​ສິດ​ພື້ນຖານ​ຂອງ​ມະນຸດ​ຄື: ສິດ​ມີ​ຊີວິດ, ສິດ​ເສລີພາບ ​ແລະ ຄວາມ​ປອດ​ໄພ​ສ່ວນ​ຕົວ, ສິດສະ​ເໝີ​ພາບ​ຕໍ່ໜ້າ​ກົດໝາຍ ​ແລະ ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດໝາຍ, ສິດ​ໄດ້​ໄປມາ ​ແລະ ພັກ​ອາ​ໄສ​ຢ່າງ​ເສລີ...ສິດ​ເຫຼົ່າ​ນັ້ນ​ພຽງ​ອາດ​ຈະ​ປະຕິບັດ​ໄດ້​ເມື່ອ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ຂອງ​ມະນຸດ​ໄດ້​ຮັບ​ການ​ຮັບປະກັນ, ນັ້ນ​ແມ່ນ​ການ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ການ​ກິນ, ການ​ຢູ່, ການ​ນຸ່ງຖື, ຊົມ​ໃຊ້​ນ້ຳ​ສະອາດ, ກວດ, ປິ່ນປົວ​ພະຍາດ ​ແລະ ການ​ສຶກສາ. ກິດຈະການລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ນຳ​ມາ​ເຊິ່ງບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ໂດຍ​ຈຳ​ເປັນ ​ແລະ ທັງ​ບັນດາ​ສິດ​ພື້ນຖານ​​ເຫຼ່ົານັ້ນມາ​ໃຫ້​ປະຊາ​ຊົນຫວຽດນາມ.   
TAG
vov/vovworld/ສິດທິມະນຸດ/ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ

More