VOV WorldVOV World
ລົງຄະແນນສຽງໄວ້ວາງໃຈ ແລະ ຄວາມຮັບຜິດຊອບຕໍ່ປະຊາຊົນ
14/11/2014 08:19
(vovworld)- ຕອນ​ເຊົ້າ​ວັນ​ທີ15/11, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ(ສ​ສ​ຊ) ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13
ລົງຄະແນນສຽງໄວ້ວາງໃຈ ແລະ ຄວາມຮັບຜິດຊອບຕໍ່ປະຊາຊົນ
(vovworld)- ຕອນ​ເຊົ້າ​ວັນ​ທີ15/11, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ(ສ​ສ​ຊ) ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ຈະ​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳ​ລັບ​ບັນ​ດາ​ຕຳ​ແຫນ່ງ​ການ​ນຳຫລັກ​ແຫລ່ງ ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງຫລື​ໃຫ້​ສັດ​ຕະ​ຍາ​ບັນ. ນີ້​ແມ່ນຄັ້ງ​ທີ 2 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕາງ​ຫນ້າ​ໃຫ້​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ປະ​ຕິ​ບັດ​ຫນ້າ​ທີ່ນີ້. ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ ແມ່ນ​ການ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ສຳ​ຄັນ, ສະ​ແດງ​ສິດ​ຕິດ​ຕາມກວດ​ກາ​ສູງ​ສຸດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ວຽກ​ງານ​ບຸກ​ຄະ​ລາ​ກອນ ພ້ອມ​ທັງ​ຊ່ວຍ​ໃຫ້​ຜູ້​ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສູ້​ຊົນ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ຂົງ​ເຂດ​ທີ່​ຕົນ​ເອງ​ຄຸ້ມ​ຄອງ.
TAG
vovworld/​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ

More