ມະຫາສາມັກຄີທົ່ວປວງຊົນທັງຊາດໃນການປະຕິວັດ ເດືອນສິງຫາ-ບົດຮຽນສຳລັບວັນນີ້
19/08/2016 12:03
ກົກເຄົ້າທີ່ສຳຄັນເພື່ອນຳການປະຕິວັດເດືອນສິງຫາປີ 1945 ປະສົບຜົນສຳເລັດນັ້ນ ກໍແມ່ນຍ້ອນມີການເຕົ້າໂຮມປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມ, ສ້າງເປັນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ

ກົກເຄົ້າທີ່ສຳຄັນເພື່ອນຳການປະຕິວັດເດືອນສິງຫາປີ 1945 ປະສົບຜົນສຳເລັດນັ້ນ ກໍແມ່ນຍ້ອນມີການເຕົ້າໂຮມປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມ, ສ້າງເປັນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ. ບົນຮຽນນີ້ຍັງມີຄຸນຄ່າເໝືອນເດີມໃນສະພາວະປະເທດຊາດພວມເຊືອ່ມໂຍງເລິກເຂົ້າກັບສາກົນ. ວັນທີ 10/ 5/1941, ປະທານໂຮ່ຈິມິນໄດ້ຮຽກໂຮມ ແລະ ເປັນປະທານກອງປະຊຸມສູນກາງພັກຄັ້ງທີ 8 ຢູ່ປັກປໍ້ ແຂວງກາວບັງ ຕໍ່ໜ້າການປ່ຽນແປງຢ່າງວ່ອງໄວຂອງສະພາບການໂລກ, ເດືອນ 5/1941, ປະທານໂຮ່ຈິມິນໄດ້ຮຽກໂຮມ ແລະ ເປັນປະທານກອງປະຊຸມສູນກາງພັກຄັ້ງທີ 8 ຢູ່ປັກປໍ້ ແຂວງກາວບັງ. ທີ່ກອງປະຊຸມຄັ້ງນີ້, ປະທານໂຮ່ຈິມິນ ແລະ ສູນກາງພັກໄດ້ມີການຫັນທິດຊີ້ນຳຍຸດທະສາດ, ຢືນຢັນການປົດປ່ອຍຊາດແມ່ນໜ້າທີ່ແຖວໜ້າຂອງ ການປະຕິວັດຫວຽດນາມໃນຄາວນັ້ນ. ກອງປະຊຸມໄດ້ກຳນົດວ່າ : ໃນຈຸດເວລານີ້, ສິດຜົນປະໂຫຍດຂອງພາກສ່ວນ, ຂອງຊົນຊັ້ນຕ້ອງຢູ່ໃຕ້ຄວາມເປັນຕາຍ ແລະ ການຄົງຕົວຂອງປະເທດຊາດ.
TAG
vovworld/ການປະຕິວັດ
Related
More








