ມະຕິເລກທີ 36 ໄດ້ ເປີດກວ້າງຂອບຂະຫນາດໃຫຍ່ແຫ່ງການພັດທະນາເສດຖະກິດຈາກທະເລຂອງຫວຽດນາມ
10/08/2023 10:39
(VOVWORLD) -ຫວຽດນາມ ແມ່ນ ປະເທດແຄມຝັ່ງທະເລຕາເວັນອອກ ມີດັດຊະນີທະເລສູງທົບ 6 ເທົ່າ ດັດຊະນີທະເລສະເລ່ຍຂອງທົ່ວໂລກ. ດ້ວຍ 28/63 ແຂວງ, ນະຄອນ ແຄມທະເລ, ກວມເອົາ 42% ເນື້ອທີ່ດິນຕໍ່ແຜ່ນ ແລະ 45% ຍອດຈຳນວນພົນລະເມືອງ, ຫວຽດນາມ ມີທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນໃຫຍ່ກ່ຽວກັບຊັບພະຍາກອນທະເລ, ໝູ່ເກາະ. ມະຕິເລກທີ 36 - ມຕ/ສກ ລົງວັນທີ 22 ຕຸລາປີ 2018 ຂອງກອງປະຊຸມສູນກາງຄັ້ງທີ 8 ຊຸດທີ XII ກ່ຽວກັບ “ຍຸດທະສາດພັດທະນາເສດຖະກິດ ທະເລຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ແບບຍືນຍົງ” ໄດ້ຢັ້ງຢືນທີ່ຕັ້ງ, ຄວາມສຳຄັນຂອງການພັດທະນາເສດຖະກິດທະເລໝູ່ເກາະ ຈາກບັນດາທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນນີ້ ພ້ອມທັງ ກຳນົດຫນ້າທີ່ ນຳຫວຽດນາມ ກາຍເປັນປະເທດຮັ່ງມີເຂັ້ມແຂງຈາກທະເລ.

ຫວຽດນາມ ມີຝັ່ງທະເລຍາວ 3.260 ກິໂລແມັດ ຈາກເຫນືອຮອດໃຕ້ ດ້ວຍອັດຕາສ່ວນແມ່ນປະມານ 100km2 ດິນຕໍ່ແຜ່ນ/1km ຝັ່ງທະເລ, ໃນຂະນະນັ້ນ ລະດັບສະເລ່ຍຂອງໂລກແມ່ນ 600 km2 ດິນຕໍ່ແຜ່ນ/1km ຝັ່ງທະເລ. ດ້ວຍເກາະກວ່າ 3000 ແຫ່ງ, ໃນນັ້ນ ມີໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.. ບັນດາເຂດທະເລ ແລະ ໄຫລ່ທະວີບແມ່ນຂຶ້ນກັບອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານແຫ່ງຊາດ ຂອງຫວຽດນາມ ແມ່ນກວ້າງກວ່າ 1 ລ້ານ km2, ສູງທົບ 3 ເທົ່າເນື້ອທີ່ດິນຕໍ່ແຜ່ນ. ຫວຽດນາມ ຈະກາຍເປັນປະເທດຮັ່ງມີເຂັ້ມແຂງຈາກທະເລ. ພາບປະກອບ:VOV
TAG
VOV/VOVworld/ແຄມທະເລ/ຊັບພະຍາກອນທາງທະເລ/ເສດຖະກິດທະເລ
Related
More








