VOV WorldVOV World
ນຳປະເທດຊາດຂ້າມຜ່ານກັບດັກລາຍໄດ້ປານກາງ
31/10/2024 08:00
(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມໄດ້ວາງອອກຄາດໝາຍຮອດປີ 2045 ນຳປະເທດ ຫວຽດນາມກາຍເປັນປະເທດພັດທະນາມີລາຍຮັບສູງ. ປະຈຸບັນ ຫວຽດນາມ ຂຶ້ນກັບກຸ່ມປະເທດມີລະດັບລາຍຮັບປານກາງ. ເປົ້າໝາຍໃຫ້ກາຍເປັນປະເທດມີລາຍຮັບສູງໃນປີ 2045 ແມ່ນເສັ້ນທາງທີ່ບໍ່ສະດວກປານໃດ ແຕ່ກໍ່ແມ່ນກຳລັງຫນູນເພື່ອໃຫ້ ຊາວ ຫວຽດນາມ ເປັນຈິດຫນຶ່ງໃຈດຽວເພື່ອປະຕິບັດຄວາມຄາດຫວັງວັດທະນາຖາວອນຈະເລີນຮຸ່ງເຮືອງ.
ນຳປະເທດຊາດຂ້າມຜ່ານກັບດັກລາຍໄດ້ປານກາງ
ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ພາບ:VOV ປະຈຸບັນ ລາຍຮັບສະເລ່ຍຕໍ່ຫົວຄົນຂອງ ຫວຽດນາມ ແມ່ນບັນລຸກວ່າ 4.500 USD. ຫວຽດນາມ ຕ້ອງມານະພະຍາຍາມກວ່າອີກ, ສ້າງບັນດາກຳລັງຫນູນມີຄວາມແຮງຢ່າງພຽງພໍເພື່ອແນໃສ່ຊຸກຍູ້ພື້ນຖານເສດຖະກິດເຕີບໂຕເປັນປົກກະຕິ, ໝັ້ນຄົງ ແລະສອດຄ່ອງກັບຮູບແບບການເຕີບໂຕໃຫມ່.
TAG
VOV/VOVworld/ປະສິດທິພາບ/ກັບດັກລາຍໄດ້ປານກາງ/ລາຍຮັບສູງ/ຂະຫນາດກາງ ແລະນ້ອຍ

More