VOV WorldVOV World
ຍົກສູງບົດບາດຂອງວົງຄະນະຍາດໃນການ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ
24/06/2015 10:28
ຕາມ​ກົນ​ໄກ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງນັ້ນ, ຫວຽດ​ນາມ​ຖືກ​ຈັດ​ຢູ່​ໃນ​ກຸ່ມ​ປະ​ເທດ​ສຳ​ເລັດວິ​ວັດ​ການ​ຕີ​ລາ​ຄາ​ເທື່ອ​ທີ 1 ຂອງສະ​ຫະ​ປະ​ຊາ​ຊາດ
ຍົກສູງບົດບາດຂອງວົງຄະນະຍາດໃນການ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ
ຕາມ​ກົນ​ໄກ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງນັ້ນ, ຫວຽດ​ນາມ​ຖືກ​ຈັດ​ຢູ່​ໃນ​ກຸ່ມ​ປະ​ເທດ​ສຳ​ເລັດວິ​ວັດ​ການ​ຕີ​ລາ​ຄາ​ເທື່ອ​ທີ 1 ຂອງສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ວຽກ​ງານປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງຂອງ​ຫວຽດ​ນາມ​ກໍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ ຄື​ດັ່ງເປັນ​ຕົວ​ແບບ​ກ່ຽວ​ກັບ​ການ​ປະ​ຕິ​ບັດກົນ​ໄກ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ພິ​ເສດ​ແມ່ນ​ວິ​ວັດ​ການ​ປະ​ຕິ​ບັດ​ເທື່ອ​ທີ 1. ສິ່ງດັ່ງ​ກ່າວ​ແມ່ນ​ໝາກ​ຜົນ​ແຫ່ງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ພັກ, ລັດ, ລັດ​ຖະ​ບານ ແລະ ພິ​ເສດ​ແມ່ນ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ປະ​ຊາ​ຊົນ, ວົງ​ຄະ​ນະ​ຍາດ​ໃນ​ວຽກ​ງານ​ຕໍ່​ສູ້​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ.   ການ​ໂອ້​ລົມ​ສົນ​ທະ​ນາ "​ຮ່ວມ​ແຮງ​ຮ່ວມ​ໃຈປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງເພື່ອ​ການ​ພັດ​ທະ​ນາ"        ວັນ​ທີ 29/11/2005, ກົດ​ໝາຍ​ວ່າ​ດ້​ວຍການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ສະ​ໄໝສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 11 ແລະ ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 1/6/2006 ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ສູງ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມໃນ​ການ​ຕໍ່​ສູ້ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ໃນ​ນັ້ນ, ການ​ສະ​ກັດ​ກັ້ນການ​ສໍ້​ລາດ​ບັງຫຼວງແມ່ນ​ເສົາ​ຄ້ຳ, ມີ​ບົດ​ບາດ​ສຳ​ຄັນ​ໃນ​ກົດ​ໝາຍ​ວ່າ​ດ້ວຍການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ກົດ​ໝາຍ​ຫວຽດ​ນາມ​ໃນ​ປະ​ຈຸ​ບັນ ໄດ້​ກຳ​ນົດ​​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ ບັນ​ດາ​ມາດ​ຕະ​ການສະ​ກັດ​ກັ້ນ​ທີ່​ພວມ​ນຳ​ໃຊ້​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ.    
TAG
vov/vovworld/ສໍ້​ລາດ​ບັງຫຼວງ

More