ຍົກສູງທີ່ຕັ້ງບົດບາດຂອງສະພາແຫ່ງຊາດຫວຽດນາມໃນພາກພື້ນ
26/09/2016 06:40
ວັນທີ 26/9, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເລີ່ມຕົ້ນການຢ້ຽມຢາມສັນທະວະໄມຕີ ສ.ປ.ປ.ລາວ, ລາຊະອານາຈັກກຳປູເຈຍ ແລະ ສ. ສະຫະພາບມ້ຽນມາຢ່າງເປັນທາງການ

ວັນທີ 26/9, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເລີ່ມຕົ້ນການຢ້ຽມຢາມສັນທະວະໄມຕີ ສ.ປ.ປ.ລາວ, ລາຊະອານາຈັກກຳປູເຈຍ ແລະ ສ. ສະຫະພາບມ້ຽນມາຢ່າງເປັນທາງການ. ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຍັງຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 37 ຫຼື AIPA 37 ຊຶ່ງດຳເນີນໃນລະຫວ່າງວັນທີ 29/9 ຫາວັນທີ 3/10 ຢູ່ມຽນມາ. ນີ້ແມ່ນການເດີນທາງຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພາຍຫຼັງທີ່ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດຫວຽດນາມຊຸດທີ 14. ການຢ້ຽມຢາມແມ່ນເພື່ອແນໃສ່ປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ລົງນາມລະຫວ່າງສະພາແຫ່ງຊາດຫວຽດນາມກັບ ສະພາແຫ່ງຊາດຂອງ 3 ປະເທດດັ່ງກ່າວ; ສືບຕໍ່ປະຕິບັດນະໂຍບາຍເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍທີ່ຕັ້ງບົດບາດຂອງຫວຽດນາມໃນບັນດາເວທີປາໄສຫຼາຍຝ່າຍ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ມາຮອດສະໜາມບິນສາກົນຫວາດໄຕ ນະຄອນຫຼວງວຽງຈັນ ການຢ້ຽມຢາມ ສ.ປ.ປ.ລາວ, ລາຊະອານາຈັກກຳປູເຈຍ ແລະ ສ. ສະຫະພາບມ້ຽນມາຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແມ່ນດຳເນີນຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍຕູ້, ທ່ານປະທານສະພາແຫ່ງຊາດກຳປູເຈຍ Samdech Heng Samrin ແລະ ປະທານສະພາແຫ່ງຊາດ ສ. ສະຫະພາບມຽນມາ Ma Uyn Khai Than. ໃນການຢ້ຽມຢາມບັນດາປະເທດຄັ້ງນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນຈະມີບັນດາການພົບປະເຈລະຈາກັບບັນດາການນຳສູງສຸດຂອງ 3 ປະເທດ, ດຳເນີນຫຼາຍການເຄື່ອນໄຫວຢູ່ນອກກອງປະຊຸມ AIPA ຄື : ກອງປະຊຸມສຳມະນາກ່ຽວກັບການຄຸ້ມຄອງໜີ້ສາທາລະນະ, ຢ້ຽມຢາມໂຮງໝໍ ເຈິ້ໄຣ້-ພະນົມເປັນ, ພົບປະກັບບັນດາວິສາຫະກິດຫວຽດນາມທີ່ພວມລົງທຶນຢູ່ມຽນມາ.
TAG
vovworld/ສະພາແຫ່ງຊາດ
Related
More








