VOV WorldVOV World
ຍຸດທະສາດການທະຫານໃໝ່ຂອງອາເມລິກາ : ເປີດກ້ວາງບົດບາດປ້ອງກັນຄວາມໝັ້ນຄົງທົ່ວໂລກ
03/07/2015 13:00
ວັນ​ທີ 1/7 ທີ່​ຜ່ານ​ມາ, ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ເອ​ກະ​ສານ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ທະ​ຫານ​ແຫ່ງ​ຊາດ​ໃໝ່​ໃຫ້​ປີ 2015, ຕາມນັ້ນ​ແລ້ວ, ໄດ້​ເນັ້ນ​ໜັກ​ເຖິງ​ການ​ຫັນ​ປ່ຽນ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ໄປ​ສູ່​ພາກ​ພື້ນ​ປາ​ຊີ​ຟິກ
ຍຸດທະສາດການທະຫານໃໝ່ຂອງອາເມລິກາ :  ເປີດກ້ວາງບົດບາດປ້ອງກັນຄວາມໝັ້ນຄົງທົ່ວໂລກ
ວັນ​ທີ 1/7 ທີ່​ຜ່ານ​ມາ, ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ເອ​ກະ​ສານ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ທະ​ຫານ​ແຫ່ງ​ຊາດ​ໃໝ່​ໃຫ້​ປີ 2015, ຕາມນັ້ນ​ແລ້ວ, ໄດ້​ເນັ້ນ​ໜັກ​ເຖິງ​ການ​ຫັນ​ປ່ຽນ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ໄປ​ສູ່​ພາກ​ພື້ນ​ປາ​ຊີ​ຟິກ. ເປັນ​ໜ້າ​ສົນ​ໃຈແມ່ນ​ໃນ​ຍຸດ​ທະ​ສາດນີ້, ອາ​ເມ​ລິ​ກາ​ໄດ້​ເນັ້​ນ​ເຖິງ​ບາງ​ປະ​ເທດ​ຄູ່​ແຂ່ງ, ແມ່ນ​ໄພ​ນາບ​ຂູ່​ຕົ້ນຕໍ​ສຳ​ລັບ​ຄວາມ​​ສະ​ຫງົບຂອງ​ອາ​ເມ​ລິ​ກາ. ດັ່ງ​ນັ້ນ, ກອງ​ທັບ​ຂອງ​ປະ​ເທດນີ້​ຄວນ​ແຊກ​ແຊງ​ຢ່າງ​ແຂງ​ແຮງກວ່າ, ແນ​ໃສ່​ຢັ້ງ​ຢືນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ໝັ້ນ​ຄົງ​​ທົ່ວ​ໂລກ.   ກອງ​ທັບ​ຂອງອາ​ເມ​ລິ​ກາ​ຢັ້ງ​ຢືນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ໝັ້ນ​ຄົງ​​ທົ່ວ​ໂລກ.     ​ຍຸດ​ທະ​ສາດ​ການ​ທະ​ຫານ​ແຫ່ງ​ຊາດ​ 2015 ຖືກ​ສ້າງ 4 ປີ​ຕໍ່​ຄັ້ງ​ບົນ​ພື້ນ​ຖານ ​ຍຸດ​ທະ​ສາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ 2015. ​ຍຸດ​ທະ​ສາດ​ໃໝ່ໄດ້​ຢັ້ງ​ຢືນ​ວ່າ ອາ​ເມ​ລິ​ກາ​ມີ​ພື້ນ​ຖານ​ປ້ອງ​ກັນ​ຊາດ​ດ້ວຍ​ກຳ​ລັງ​ກອງ​ທັບ​ໄດ້​ຮັບ​ການ​ຝຶກ​ແອບ, ປະ​ກອບ​ອາ​ວຸດ​ທັນ​ສະ​ໄໝ​ກວ່າ​ໝູ່​ໃນ​ໂລກ, ໝັ້ນ​ໝາຍ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ພາຍ​ໃນ​ປະ​ເທດ, ສ້າງ​ທ່າ​ສະ​ໜາມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ໂລກ ສາ​ມາດ​ລະ​ດົມກຳ​ລັງ​ແຮງ​ທັງ​ຊາດ, ສະ​ກັດ​ກັ້ນ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ລ້າງ​ຜານ​, ເປັນ​ຕົ້ນ​ແມ່ນ​ອາ​ວຸດ​ນິວ​ເຄຼຍ; ສ້າງ​ຄວາມ​ສາ​ມາດ​ຮັບ​ມື​ໃນ​ທົ່ວ​ໂລກ, ຊົ​ມ​ເຊີຍບັນ​ດາ​ປະ​ເທດ​ໃຫຍ່​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ, ແຕ່​ກ່າວ​ເຕືອນ​ພ້ອມ​ແລ້ວ​ທີ່​ຈະ​ສະ​ກັດ​ກັ້ນ​ບັນ​ດາ​ຄູ່​ແຂ່ງ​ທີ່​ຊ້ອນ​ແຝງ​ຄວາມ​ເປັນ​ອັນ​ຕະ​ລາຍ. ພ້ອມ​ກັນ​ນັ້ນ, ຍຸດ​ທະ​ສາດ​ດັ່ງ​ກ່າວ , ກໍ​ໄດ້​ກ່າວ​ເຕືອນ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ນັບ​ມື້​ນັບ​ເພີ່ມ​ທະ​ວີ​ຂຶ້ນ​ໃນ​ສະ​ພາ​ວະ​ທີ່​ໂລກ​ມີ​ການ​ຜັນ​ແປຫຼາຍ​ຢ່າງ.
TAG
vov/vovworld/ກອງ​ທັບ/ອາ​ເມ​ລິ​ກາ/ການ​ທະ​ຫານ

More