VOV WorldVOV World
ໂລກ ແລະ ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ການ​ອົບ​ພະ​ຍົບ
18/12/2024 09:41
(VOVWORLD) - ວັນທີ 18 ທັນວາຂອງທຸກປີ ໂດຍ ສປຊ ເລືອກເອົາແມ່ນວັນຊາວອົບພະຍົບສາກົນ. ໃນສະພາບການຂາດສະຖຽນລະພາບ ແລະ ການປະທະກັນແຜ່ລາມອອກສູ່ວົງກວ້າງໃນທົ່ວໂລກຄືປັດຈຸບັນ, ການອົບພະຍົບຍັງແມ່ນບັນຫາໃຫຍ່ສຳລັບຫຼາຍປະເທດ. ເຖິງຢ່າງໃດກໍຕາມ, ນັບມື້ນັບມີຫຼາຍສຽງເວົ້າກ່ຽວກັບຄວາມຕ້ອງການສຳເກດຕີລາຄາບັນດາການປະກອບສ່ວນສຳຄັນກ່ຽວກັບເສດຖະກິດ - ສັງຄົມຂອງຊາວອົບພະຍົບໃນທົ່ວໂລກ.
ໂລກ ແລະ ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ການ​ອົບ​ພະ​ຍົບ
ເດືອນທັນວາ 2000, ສະມັດຊາໃຫຍ່ ສປຊ ເລືອກເອົາວັນທີ 18 ທັນວາທຸກປີແມ່ນວັນຊາວອົບພະຍົບສາກົນຢ່າງເປັນທາງການ (IDM) ເພື່ອແນໃສ່ແຜ່ກະຈ່າຍບັນດາສານຂອງ “ສົນທິສັນຍາສາກົນ ກ່ຽວກກັບການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານອົບພະຍົບໝົດທຸກຄົນ ແລະ ບັນດາສະມາຊິກໃນຄອບຄົວ”, ໂດຍ ສະມັດຊາໃຫຍ່ ສປຊ ຮັບຮອງເອົາແຕ່ປີ 1990.
TAG
VOV/VOVworld/ຊາວ​ອົບ​ພະ​ຍົບ/ການ​ປະ​ທະ​ກັນ

More