ໂລກ ເຊີດຊູ, ຮັກສາ ແລະ ເສີມຂະຫຍາຍມໍລະດົກກ່ຽວກັບ ປະທານ ໂຮ່ຈີມິນ
19/05/2022 06:00
(VOVWORLD) -ປີ 1987, ກອງປະຊຸມສະມັດຊາໃຫຍ່ຂອງອົງການສຶກສາ, ວິທະຍາສາດ, ວັດທະນະທຳ ສະຫະປະຊາຊາດ (UNESCO) ໄດ້ອອກມະຕິ ສະເຫລີມສະຫລອງ 100 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ດ້ວຍຖານະ “ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳດີເລີດ; ຮັບຮູ້ວ່າ ປະທານ ໂຮ່ຈີມິນ ແມ່ນຫນຶ່ງໃນບັນດາຜູ້ທີ່ດີເລີດ ໄດ້ສ້າງຂີດໝາຍໃນວິວັດທະນາການພັດທະນາຂອງມວນມະນຸດ ແລະ ມະຕິກໍ່ຮຽກຮ້ອງທຸກປະເທດສະມາຊິກພ້ອມກັນເຊີດຊູ ປະທານໂຮ່ຈີມິນ ຜ່ານການເຄື່ອນໄຫວສະເຫລີມສະຫລອງທີ່ແຕກຕ່າງກັນ. ນັບແຕ່ນັ້ນມາຮອດປະຈຸບັນ ການເຄື່ອນໄຫວເຊີດຊູ ປະທານ ໂຮ່ຈີມິນ ໄດ້ດຳເນີນໄປຢູ່ທົ່ວທຸກແຫ່ງໃນໂລກ.

ຜູ້ແທນເຂົ້າຮ່ວມພິທີຕັ້ງຮູບປັ້ນ ປະທານໂຮ່ຈີມີນ ຢຸ່ New Delhi, ອີນເດຍ ເມື່ອວັນທີ 1/9/2021. ພາບ:VOV ຕອນເຊົ້າວັນທີ 1 ກັນຍາປີ 2021 ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ສົມທົບກັບກະຊວງການຕ່າງປະເທດ ອິນເດຍ ແລະ ອຳນາດການປົກຄອງ ນະຄອນຫລວງ New Delhi ໄດ້ຈັດພິທີຕັ້ງຮູບປັ້ນ ປະທານໂຮ່ຈີມິນ ຢູ່ ນະຄອນ ນີ້. ພິທີດັ່ງກ່າວແມ່ນຂອດສຸດທ້າຍເພື່ອກະກຽມໃຫ້ແກ່ພິທີເປີດສະຫລອງອະນຸສາວາລີ ປະທານໂຮ່ຈີມິນ ຢູ່ ນະຄອນ New Delhi ເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອິນເດຍ.
TAG
VOV/VOVworld/ທ່ານປະທານ ໂຮ່ຈີມິນ/ນັກວິລະຊົນ
Related
More








