VOV WorldVOV World
ໂລກ​ປີ 2022: ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ
25/01/2022 08:46
(VOVWORLD) - ໂດຍເລີ່ມມາຈາກຫຼາຍບັນຫາທີ່ສັບສົນ ແລະ ແກ່ຍາວ, ປີ 2022, ໂລກຍັງສືບຕໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຮ້າຍແຮງຫຼາຍຢ່າງ. ນອກຈາກບັນດາຜົນກະທົບຈາກໂລກລະບາດໂຄວິດ - 19 ແລ້ວ, ການແກ້ງແຍ້ງພູມີຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດກໍຄືຫຼາຍບັນຫາຮ້ອນເຮັ່ງເຊິ່ງເກີດຂຶ້ນຢູ່ທຸກທະວີບໃນໂລກນັ້ນ, ຈະສືບຕໍ່ແມ່ນສິ່ງກີດຂວາງຢ່າງໃຫຍ່ຫຼວງ ທີ່ຕ້ອງຜ່ານຜ່າ ເພື່ອສ້າງໂລກໃຫ້ສວຍງາມກວ່າ.
ໂລກ​ປີ 2022: ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ
ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ ສປຊ ໃນວັນທີ 21 ມັງກອນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມວິຕົກກັງວົນວ່າ ສະພາບການທົ່ວໂລກໃນປັດຈຸບັນພວມວຸ້ນວາຍ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ເມື່ອທຽບໃສ່ໄລຍະສົງຄົມເຢັນ. ແລະ ໃນຕົວຈິງ, ມີສັນຍານຫຼາຍຢ່າງຊີ້ໃຫ້ເຫັນວ່າ ການແກ້ງແຍ້ງພູມີຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດພວມເພີ່ມຂຶ້ນໃນປີ 2022. ໃນຂະນະນັ້ນ, ມີບັນຫາຮ້ອນເຮັ່ງຫຼາຍຢ່າງຫາກໍເກີດຂຶ້ນ ຫຼື ສືບຕໍ່ມີການຜັນແປຢ່າງສັບສົນຢູ່ເກືອບທຸກພາກພື້ນ, ອັນໄດ້ກໍ່ໃຫ້ເກີດສິ່ງທ້າທາຍຕື່ມອີກແກ່ຄວາມມານະພະຍາຍາມຊຸກຍູ້ການສ້າງສັນຕິພາບ ແລະ ວັດທະນາຖາວອນໃນໂລກ.
TAG
VOV/VOVworld/ມາ​ນະ​ພະ​ຍາ​ຍາມ/ສິ່ງ​ທ້າ​ທາຍ/ສັບ​ສົນ/ຮ້ອນ​ເຮັ່ງ

More