ໂລກ ຊຸກຍູ້ການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ
17/09/2024 07:16
(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 16 – 20 ກັນຍາ ຢູ່ ວຽນ (ໂອຕາລິດ), ກອງປະຊຸມສະມັດຊາໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ຄັ້ງທີ 68 ໄດ້ໃຫ້ບຸລິມະສິດໃນການປຶກສາຫາລືກ່ຽວກັບການຊຸກຍູ້ການນຳໃຊ້ນິວເຄຼຍເພື່ອຈຸດປະສົງສັນຕິພາບ ແລະ ພັດທະນາ, ໃນສະພາບການຍັງມີບັນດາຄວາມວິຕົກກັງວົນຕໍ່ບັນຫາຄວາມປອດໄພດ້ານນິວເຄຼຍ ແລະ ຄວາມສ່ຽງແຜ່ຂະຫຍາຍອາວຸດນິວເຄຼຍໃນໂລກ.

ໂດຍເປັນກອງປະຊຸມປະຈຳປີທີ່ສຳຄັນທີ່ສຸດຂອງອົງການ IAEA, ກອງປະຊຸມສະມັດຊາໃຫຍ່ IAEA ປີ 2024 ນີ້ ໄດ້ຮຽກໂຮມເຈົ້າໜ້າທີ່ຂັ້ນສູງ ຕາງໜ້າໃຫ້ 178 ປະເທດສະມາຊິກຂອງອົງການນີ້, ປຶກສາຫາລືກ່ຽວກັບບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຢີ, ການໝູນໃຊ້ນິວເຄຼຍ ກໍຄືບັນດາໄພນາບຂູ່ເຖິງຄວາມປອດໄພນິວເຄຼຍໃນໂລກ. ກອງປະຊຸມສະມັດຊາໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ຄັ້ງທີ 68 (ພາບ:
TAG
VOV/VOVworld/ອົງການ IAEA/ນິວເຄຼຍ/ປະລະມານູສາກົນ/ສັນຕິພາບ
Related
More








