ໂລກ ຊ່ວງເສັງສະກັດກັ້ນ ບໍ່ປະໃຫ້ ລິບັງ ຕົກເຂົ້າສູ່ສົງຄາມ
27/09/2024 15:05
(VOVWORLD) - ບັນດາການປະທະກັນຢ່າງດຸເດືອດທີ່ສຸດໃນເກືອບ 20 ປີຜ່ານມາ ລະຫວ່າງ ອິດສະຣາແອນ ແລະ ກຳລັງ ແຮກໂບລາ ຢູ່ ລິີບັງ ພວມຍູ້ປະເທດນີ້ຕົກເຂົ້າສູ່ສະພາບອາດຈະເກີດສົງຄາມຮອບດ້ານທີ່ດຸເດືອດຄັ້ງໃຫມ່ ໃນສະພາບການປະທະກັນບໍ່ມີທາງອອກໃນເກືອບ 1 ປິຜ່ານມາ ຢູ່ ເຂດ ກາຊາ ໄດ້ກໍ່ໃຫ້ເກີດຜົນພາຍຫລັງຢ່າງຮ້າຍແຮງສຳລັບທົ່ວພາກພື້ນ.

ການສູ້ຢັນລະຫວ່າງ ອິດສະຣາແອນ ແລະ ກຳລັງ ແຮກໂບລາ ຢູ່ ລິບັງ ເພີ່ມຂຶ້ນຢ່າງແຮງນັບແຕ່ເມື່ອການປະທະກັນຢູ່ເຂດ ກາຊາ ລະຫວ່າງ ອິດສະຣາແອນ ແລະ ຂະບວນການ ຮາມາດສ, ກຳລັງພັນທະມິດຂອງ ແຮກໂບລາ ໄດ້ເກີດຂຶ້ນຢ່າງຮ້າຍແຮງເມື່ອເດືອນ ຕຸລາ ປີກາຍນີ້. ເຖິງຢ່າງໃດກໍຕາມ ສອງຝ່າຍພວມຫຍັບມໍ່ເຂົ້າກັບສະພາບເກີດສົງຄາມຮອບດ້ານໃນຊຸມມື້ມໍ່ໆມານີ້ ພາຍຫລັງບັນດາການກະທຳເຄັ່ງຕຶງເພີ່ມຂຶ້ນ.
TAG
VOV/VOVworld/ປະນິປະນອມ/ກອງທັບອາກາດ/ອິດສະຣາແອນ
Related
More








