ໂລກພວມມານະພະຍາຍາມຟື້ນຟູຄວາມສະຖຽນລະພາບຢູ່ ຊີຣີ
24/12/2024 07:40
(VOVWORLD) - ສຳລັບປະຊາຄົມສາກົນ, ສະພາບດ້ານການເມືອງໃໝ່ຢູ່ ຊີຣີ ໄດ້ເປີດອະນາຄົດອອກໃໝ່ ທີ່ຍາກຈະຄາດຄະເນລ່ວງໜ້າໄດ້ສຳລັບປະເທດນີ້

ໃນເວລາກວ່າ 2 ອາທິດເກີດການຜັນແປດ້ານການເມືອງ, ພາໄປເຖິງອຳນາດການປົກຄອງຂອງທ່ານ Bashar Al-Assad ຖືກລົ້ມລະລາຍ, ບັນດາກຳລັງກຳອຳນາດຢູ່ ຊີຣີ ພ້ອມກັບປະຊາຄົມສາກົນ ພວມມານະພະຍາຍາມສ້າງແຜນການລວມ ເພື່ອມຸ່ງໄປເຖິງສັນຕິພາບ ແລະ ສະຖຽນລະພາບຢ່າງຍາວນານຢູ່ປະເທດນີ້. ວັນທີ 19 ທັນວາ, ຄະນະຜູ້ແທນການຕ່າງປະເທດຂັ້ນສູງຂອງ ອາເມລິກາ, ໂດຍທ່ານນາງ Barbara Leaf, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຮັບຜິດຊອບພາກພື້ນ ຕາເວັນອອກກາງ ນຳໜ້າ, ເປັນຄັ້ງທຳອິດທີ່ມານະຄອນຫຼວງ Damascus ຂອງ ຊີຣີ ພາຍຫຼັງເວລາ 13 ປີ ເພື່ອປຶກສາຫາລືກ່ຽວກັບການພົວພັນໃນອະນາຄົດກັບກຳລັງກຳອຳນາດໃໝ່ຢູ່ ຊີຣີ. ເຫດການນີ້ໄດ້ສ້າງຂີດໝາຍເລີ່ມຕົ້ນຂອງສະພາບການເມືອງໃໝ່ຢູ່ປະເທດທີ່ຖືກສົງຄາມທຳລາຍເປັນເວລາກວ່າ 1 ທົດສະວັດຜ່ານມາ.
TAG
VOV/VOVworld/ການເມືອງ/ຄາດຄິດ/ໄລຍະ/ຜ່ານມາ
Related
More








