ປະຊາຄົມສາກົນພະຍາຍາມສະກັດກັ້ນການປະທະກັນຢູ່ຕາເວັນອອກກາງ
13/08/2024 09:08
(VOVWORLD) - ຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງ ສືບຕໍ່ເພີ່ມຂຶ້ນໃນຊຸມວັນຜ່ານມາ, ດ້ວຍບັນດາການກະທຳການທະຫານ ແລະ ການໂຕ້ຖຽງກັນທາງການທູດລະຫວ່າງບັນດາຝ່າຍ, ບັງຄັບໃຫ້ປະຊາຄົມສາກົນ ຕ້ອງແຂ່ງຂັນກັບການເວລາ ເພື່ອສະກັດກັ້ນການປະທະກັນຢ່າງຮອບດ້ານ.

ວັນທີ 12 ສິງຫາ, ປະມຸກລັດ ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ ແລະ ອີຕາລີ ໄດ້ອອກອອກຖະແຫຼງການຮ່ວມກ່ຽວກັບສະພາບການຕາເວັນອອກກາງ, ໃນນັ້ນ ຮຽກຮ້ອງໃຫ້ ອີຣານ ຖອນບັນດາຄຳນາບຂູ່ກ່ຽວກັບການບຸກໂຈມຕີດ້ານການທະຫານເຂົ້າໃສ່ອິດສະຣາແອັນ, ພ້ອມທັງຢືນຢັນການສະໜັບສະໜູນການປົກປ້ອງ ອິດສະຣາແອັນ ຕໍ່ບັນດາການກະທຳບຸກໂຈມຕີຈາກພາຍນອກ. ນີ້ໄດ້ຮັບຖືວ່າແມ່ນບັນດາຄວາມມານະພະຍາຍາມທາງທູດສຸດທ້າຍເພື່ອສະກັດກັ້ນການປະທະກັນເກີດຂຶ້ນ.
TAG
VOV/VOVworld/ຕາເວັນອອກກາງ/ປະທະກັນ/ຄວາມເຄັ່ງຕຶງ
Related
More








